ຄຳສັ່ງຢຸດຍິງຖືກລະເມີດຢູ່ຢູແກຼນຕາເວັນອອກ

ຄຳສັ່ງຢຸດຍິງຖືກລະເມີດຢູ່ຢູແກຼນຕາເວັນອອກ  - ảnh 1
(ພາບ​ປະ​ກອບ)

(vovworld) -​ ວັນ​ທີ 27/12, ຄຳ​ສັ່ງ​ຢ​ຸດ​ຍິງ​ໃ​ໝ່​ຢູ່​ພາກຕາ​ເວັນ​ອອກ​ຢູ​ແກຼນ ຖືກ​ລະ​ເມີດ. ເຫດ​ການ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 3 ຄົນ​ເສຍ​ຊີ​ວິດ, ລວມ​ມີພົນ​ທະ​ຫານ​ຢູ​ແກຼນ 1 ຄົນ ແລະ ພົນ​ລະ​ເມືອງ 2 ຄົນ​. ກ່ອນ​ໜ້ານັ້ນ, ວັນ​ທີ 22/12, ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່​ຢູ​ແກຼນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢ່າງ​ຮອບ​ດ້ານ ແລະ ບໍ່​ມີ​ເງື່ອນ​ໄຂ​ຢູ່​ເຂດ​ປະ​ທະ​ກັນ Donbass ໃນ​ໂອ​ກາດ​ພັກ​ຜ່ອນ​ປີ​ໃໝ່ ຈະ​ມາ​ເຖິງ. ຂໍ້​ຕົກ​ລົງຢຸດ​ຍິງ​ນີ້ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 23/12.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຕິ​ບັດ​ງານ​ຕິດ​ຕາມກວດ​ກາ​ພິ​ເສດ​ຂອງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ (OSCE) ຢູ່​ຢູ​ແກຼນ ຢັ້ງ​ຢືນ​ວ່າ, ບັນ​ດາ​ນັກ​ສັງ​ເກດ​ການ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ຖືກ​ຍິງ​ຢູ່​ບ້ານ Kominternovo, ​ເຊິ່ງ​ນອນ​ໃນ​ເຂດ​ທີ່​ເປັ​ນ​ກາງ​ຂອງ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ 2 ກຳ​ລັງ​ລັດ​​​ຖະ​ບານ ແລະ ຮຽກ​​ຮ້ອ​ງ​ຄວາມ​ເປັນ​ເອ​ກະ​ລາດ​ຢູ່​ ຕ​າ​ເວັນ​ອອກ​ຂອງ ຢູ​ແກຼນ, ແຕ່ບໍ່​ມີ​ຜູ້ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ