(vovworld) – ວັນທີ 28/02, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ຄຳສັ່ງຢຸດຍິງຢູ່ຊີຣີ ຖືກລະເມີດເປັນ 9 ຄັ້ງໃນຮອບເວລາ 24 ຊົ່ວໂມງຜ່ານມາ, ແຕ່ຂໍ້ຕົກລົງຢຸດຍິງຍັງຄົງໄດ້ຮັບການຮັກສາໄວ້ຢູ່. ກະຊວງປ້ອງກັນປະເທດລັດເຊຍ ໄດ້ຄັດສະເໜີ້ແຈ້ງການຂອງຫົວໜ້າສູນປະສານງານຂອງລັດເຊຍ ຢູ່ຊີຣີ, ພົນຕີ Sergei Kuralenko ໂດຍຮັບຮອງວ່າ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ກອງທັບລັດເຊຍ ໄດ້ພົບເຫັນ 9 ກໍລະນີລະເມີດຄຳສັ່ງຢຸດຍິງ. ແຕ່ວ່າ, ພົນຕີ Sergei Kuralenko ກໍຢືນຢັນວ່າ, ເບິ່ງລວມແລ້ວ, ກົດລະບຽບຢຸດຍິງຍັງໄດ້ຮັບການປະຕິບັດຢູ່. ຂໍ້ຕົກລົງຢຸດຍິງຢູ່ຊີຣີ ໂດຍລັດເຊຍ ແລະ ອາເມລິກາ ເປັນຄົນກາງໄກ່ເກ່ຍມີຜົນບັງຄັບໃຊ້ນັບແຕ່ເວລາ 0 ໂມງ ວັນທີ 27/02 ຕາມເວລາທ້ອງຖິ່ນ. ແຕ່ວ່າ, ພາຍຫຼັງຄຳສັ່ງນີ້ເລີ່ມມີຜົນສັກສິດພຽງ 2 – 3 ຊົ່ວໂມງເທົ່ານັ້ນ, ໄດ້ເກີດກໍລະນີຍິງປືນໃຫຍ່ໃສ່ເຂດຊຸມຊົນຢູ່ນະຄອນຫຼວງ Damascus. ກະຊວງປ້ອງກັນປະເທດລັດເຊຍ ຊີ້ແຈ້ງວ່າ, ມີບາງກໍລະນີລະເມີດຄຳສັ່ງແມ່ນເກີດມາຈາກກຸ່ມຝ່າຍຄ້ານສະຫງ່ຽມຄ່ຽມຄົມ ແລະ ບັນດາກົມກອງອົງການກໍ່ການຮ້າຍ.