(vovworld) – ວັນທີ 9/3, ສປປ ເກົາຫຼີ ຖະແຫຼງວ່າ ຄຳສັ່ງລົງໂທດຂອງສະຫະປະຊາຊາດຍິ່ງຊ່ວຍໃຫ້ໂຄງການລູກສອນໄຟ ແລະ ນິວເຄຼຍຂອງປະເທດນີ້ແຂງແຮງກ່ວາ, ພ້ອມກັນນັ້ນ, ພຽງຢາງ ກໍ່ເປີດເຜິຍວ່າຈະມີເຫດການທົດລອງນິວເຄຼຍອີກຄັ້ງໜຶ່ງ. ໃນຖະແຫຼງການ ໂດຍສຳນັກຂ່າວສານສູນກາງ ສປປ ເກົາຫຼີ (ຫຼື KCNA) ປະກາດ, ພຽງຢາງ ຈະພິສູດໃຫ້ໂລກເຫັນໂດຍໄວວ່າ: ການຄອບງຳຂອງ ອາເມລິກາ ທີ່ມີຕໍ່ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປັບປຸງທີ່ຕັ້ງບົດບາດຂອງ ສປປ ເກົາຫຼີ ແມ່ນປະເທດມະຫາອຳນາດດ້ານນິວເຄຼຍ. ຊ້ຳບໍ່ໜຳ, ກ່ອນທີ່ສະພາຄວາມໝັ້ນຄົງປ່ອນບັດເມື່ອວັນທີ 7/3 ກ່ຽວກັບການຈັດວາງບັນດາມາດຕະການແຂງກະດ້າງກ່ວາເພື່ອຕ້ານ ສປປ ເກົາຫຼີ ຍ້ອນເຫດການທົດລອງນິວເຄຼຍເມື່ອເດືອນກ່ອນ, ການນຳປະເທດນີ້ໄດ້ຢັ້ງຢືນວ່າ ຈະສືບຕໍ່ປະຕິບັດບັນດາເຫດການທົດລອງນິວເຄຼຍ ແລະ ລູກສອນໄຟໄລຍະໄກໃນອະນາຄົດ.