ຄຳ​ສັ່ງ​ເລກ​ທີ 45 ນຳ​ມາ​ເຊິ່ງ​ບັນ​ດາ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານ ສົມທົບກັບບັນດາອົງການ ຈັດກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່.
ຄຳ​ສັ່ງ​ເລກ​ທີ 45 ນຳ​ມາ​ເຊິ່ງ​ບັນ​ດາ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ - ảnh 1

ບັນດາຜູ້ເຂົ້າຮ່ວມກອງປະຊຸມ (ພາບ: VOV5)

 

    ບົດລາຍງານທີ່ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ໃນ 5 ປີຜ່ານມາ, ຄຳສັ່ງເລກທີດັ່ງກ່າວໄດ້ຜັນຂະຫຍາຍ, ຊາບຊຶມຢ່າງເລິກເຊິ່ງກ້ວາງຂວາງ, ກ້າວເຂົ້າສູ່ຊີວິດຕົວຈິງເທື່ອລະກ້າວ, ປະກອບສ່ວນສ້າງບັນດາໝາກຜົນທີ່ສຳຄັນໃນວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທ່ານ ດັງມິນຄອຍ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢືນຢັນວ່າ:

  ຈຳນວນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບຫຼາຍ ແລະ ເປີດກວ້າງຢູ່ບໍລິເວນຫຼາຍກ່ວາອີກ. ບົດບາດ ແລະ ອິດທິພົນຊື່ສຽງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນປະເທດທີ່ອາໄສຢູ່ນັ້ນ ນັບມື້ນັບໄດ້ຍົກສູງຂຶ້ນ.   ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບມີຄວາມຜູກພັນກັບບ້ານເກີດເມືອງນອນ, ໄດ້ ແລະ ພວມກາຍເປັນໜຶ່ງໃນບັນດາແຫຼ່ງກຳລັງທີ່ສຳຄັນ ປະກອບສ່ວນໃຫ້ແກ່ວິວັດການສ້າງສາ, ປົກປັກຮັກສາ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ.

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິນມິນ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ:

  ໃນ 5 ປີຜ່ານມາ, ເບິ່ງລວມແລ້ວ, ການຊາບຊຶມ ແລະ ຜັນຂະຫຍາຍຄຳສັ່ງເລກທີ 45 ໄດ້ດຳເນີນໄປຢ່າງເຂັ້ມງວດ, ຄົບຊຸດ. ແຜນນະໂຍບາຍ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດຫວຽດນາມໄດ້ ແລະ ແມ່ນກຳລັງແຮງປະຊາຄົມຂອງຊົນຊາດຫວຽດນາມ” ໄດ້ເຂົ້າສູ່ຊີວິດຕົວຈິດຢ່າງແທ້ຈິງ. ວຽກງານກ່ຽວກັບ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ແມ່ນເສົາຄ້ຳໃນວຽກງານການຕ່າງປະເທດຂອງພັກ, ລັດ.

  ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 45 ມີຄວາມໝາຍສຳຄັນໃນການປຶກສາຫາລື ແລະ ປະກອບຄຳເຫັນໃສ່ແຜນນະໂຍບາຍ, ນະໂຍບາຍໃຫຍ່ ແລະ ກໍ່ຄືບັນດາມາດຕະການຢ່າງລະອຽດ ເພື່ອຍູ້ແຍງວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຢ່າງປະເທດຢ່າງຮອບດ້ານ, ຜ່ານນັ້ນປະກອບສ່ວນເພີ່ມທະວີປັບປຸງກຸ່ມກ້ອນມະຫາສາມະຄີທົ່ວປວງຊົນທັງຊາດ, ນັບມື້ນັບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ໄດ້ເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ