ງານຊຸມນຸມມິດຕິງເພື່ອຕອບສະໜອງວັນໂລກປອດຢາສູບ 31/5 ແລະ ສັບປະດາແຫ່ງຊາດປອດຢາສູບ |
(vovworld)- ຕອນເຊົ້າວັນທີ 31/5, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບກະຊວງສາທາລະນະສຸກ, ກອງທຶນປ້ອງກັນ ແລະ ຕ້ານ ຜົນຮ້າຍຈາກຢາສູບ ໄດ້ຈັດງານຊຸມນຸມມິດຕິງເພື່ອຕອບສະໜອງວັນໂລກປອດຢາສູບ 31/5 ແລະ ສັບປະດາແຫ່ງຊາດປອດຢາສູບ, ຊຶ່ງມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກດາມ, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕວຽນ ພ້ອມກັບການນຳບັນດາກະຊວງ, ຂະແໜງການຕ່າງໆອີກຫຼາຍທ່ານ. ກ່າວຄຳເຫັນທີ່ ງານຊຸມນຸມມິດຕິງ, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕວຽນ ສະເໜີວ່າ :
“ ສູນກາງສະຫະພັນແມ່ຍິງຫວຽດນາມສືບຕໍ່ຍູ້ແຮງວຽກງານໂຄສະນາກ່ຽວກັບຜົນຮ້າຍຈາກຢາສູບ, ສືບຕໍ່ໂຄສະນາກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານ ຜົນຮ້າຍຈາກຢາສູບ ເພື່ອຍົກສູງສະຕິໃຫ້ທຸກໆຄົນໃນການປະຕິບັດກົດໝາຍ. ຂ້າພະເຈົ້າຍັງສະເໜີບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ສືບຕໍ່ຊີ້ນຳການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານ ຜົນຮ້າຍຈາກຢາສູບ, ເພີ່ມທະວີວຽກງານກວດກາການປະຕິບັດກົດລະບຽບຫ້າມສູບຢາຢູ່ຕາມສະຖານທີ່ສາທາລະນະຕາມລະບຽບກົດໝາຍ ”