ງານຕະຫຼາດນັດການຄ້າຫວຽດນາມ-ລາວປີ2015ເຊື່ອມຕໍ່ວິສາຫະກິດ2ປະເທດ
ໝີ້ບີ່ງ,ນັກຂ່າວVOVປະຈຳລາວ -  
ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ ປີ 2015
|
(vovworld) – ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ ປີ 2015 (VIETLAOEXPO2015) ພວມດຳເນີນໄປແຕ່ວັນທີ 2 – 6/7, ຢູ່ສູນກອງປະຊຸມວາງສະແດງສາກົນຢູ່ນະຄອນຫຼວງ ວຽງຈັນ. ງານຕະຫຼາດນັດນີ້ໂດຍກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ການຄ້າ ລາວ ສົມທົບກັນຈັດຕັ້ງ, ດຶງດູດການເຂົ້າຮ່ວມຂອງວິສາຫະກິດເກືອບ 200 ແຫ່ງ. ທ່ານ ສົມຈິດ ອິນທະມິດ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ການຄ້າລາວ ແລະ ທ່ານ ຫງວຽນເກີມຕູ໋, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ຖືວ່າ: ງານຕະຫຼາດນັດແມ່ນຂົວເຊື່ອມຕໍ່ມີປະສິດທິຜົນເພື່ອໃຫ້ອົງການການຄ້າ, ນັກຜະລິດ, ລົງທຶນ ຫວຽດນາມ ແລະ ລາວ ພົບປະແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຢີ, ລົງທຶນ, ຮ່ວມທຸລະກິດ. ທ່ານ ຫງວຽນເກີມຕູ໋, ເນັ້ນໜັກວ່າ:
“ການນຳຂັ້ນສູງ 2 ປະເທດກຳນົດວ່າປີ 2015, ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸລະດັບ 2 ຕື້ USD ແລະ ປີ 2020 ຈະແມ່ນ 5 ຕື້ USD. ນີ້ກໍ່ແມ່ນການທ້າທາຍໃຫຍ່ສຳລັບຂະແໜງການຄ້າ 2 ປະເທດ. ຄຽງຂ້າງບັນດາກົນໄກນະໂຍບາຍຂອງລັດ ແລະ ບັນດາກະຊວງ, ຂະແໜງການ, ເລື່ອງຮ່ວມມືບັນລຸຜົນສຳເລັດແມ່ນອີງໃສ່ວິສາຫະກິດ, ຕ້ອງເຂົ້າໃຈກັນຈຶ່ງສ້າງການພົວພັນຮ່ວມມືດ້ານການຄ້າຍາວນານ, ສະຖຽນລະພາບ ແລະ ໝັ້ນຄົງ. ບັນດາງານຕະຫຼາດນັດຄືແນວນີ້ຈະແມ່ນກາລະໂອກາດໃຫ້ແກ່ການເຊື່ອມຕໍ່ 2 ຝ່າຍ.”
ໝີ້ບີ່ງ,ນັກຂ່າວVOVປະຈຳລາວ