(VOVWORLD) -ປີນີ້ ຊາວມຸດສະລິມໃນທົ່ວໂລກ, ໃນນັ້ນ ມີຊາວມຸດສະລິມ ອິນໂດເນເຊຍ ຕ້ອງຕ້ອນຮັບບຸນ Eid Al-Fitr ໃນບັນຍາກາດຫງ່ວມເຫງົາທີ່ສຸດໃນປະຫວັດສາດ.
ຢູ່ ອິນໂດເນເຊຍ ທຸກການເຄື່ອນໄຫວທາງສາສະຫນາ, ການເຫລື້ອມໃສທີ່ເຕົ້າໂຮມຫລາຍຄົນ ລ້ວນແຕ່ຖືກຍົກເລີກ ຍ້ອນ ໂລກລະບາດໂຄວິດ 19.
ຍັງບໍ່ມີເວລາໃດໂບດອິດສະລາມແຫ່ງຕ່າງໆຢູ່ ອິນໂດເນເຊຍ ຖືກປິດປະຕູ ຄືປະຈຸບັນ. ງານບຸນ Eid Al-Fitr ຄ້າຍຄືກັນບຸນເຕັດຂອງຫວຽດນາມ ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວພົບຫນ້າພໍຕາ ແລະ ພ້ອມກັນຕ້ອນຮັບວັນບຸນສຳຄັນທີ່ສຸດຂອງຊາວມຸດສະລິມ.
ເຮືອງຈ່າ ນັກຂ່າວ VOV ປະຈຳ ອິນໂດເນເຊຍ