ລາຍການສິລະປະທີ່ງານບຸນ Hangeul – nal ຄັ້ງທີ 7
ພາບ:baoquocte
|
(vovworld)- ວັນທີ 22/10, ງານບຸນ Hangeul – nal ຄັ້ງທີ 7 ໄດ້ດຳເນີນໄປຢູ່ ຫໍພັກ ຂອງມະຫາວິທະຍາໄລ ວິທະຍາສາດສັງຄົມມະນຸດສາດ ຮ່າໂນ້ຍ ດ້ວຍການເຄື່ອນໄຫວຫລາຍຢ່າງທີ່ເປັນເອກະລັກສະເພາະ. ງານບຸນແມ່ນເຫດການຖຶກຈັດຂຶ້ນປະຈຳປີ ພາຍໃຕ້ການເປັນປະທານ ແລະ ການສົມທົບກັບບັນດາອົງການຂອງລັດຖະບານສເກົາຫລີ ຈັດຕັ້ງ ພາຍໃຕ້ການຫນູນຊ່ວຍຂອງສະຖານທູດ ສເກົາຫລີ ປະຈຳຫວຽດນາມ.
ເຂົ້າຮ່ວມງານບຸນກ່າວ, ສາທາລະນະຊົນຫວຽດນາມ ຈະໄດ້ເຂົ້າຮ່ວມການເຄື່ອນໄຫວຫລາຍຢ່າງທີ່ຫນ້າປະທັບໃຈຄື: ການແນະນຳອາຫານການກິນ ຂອງ ສເກົາຫລີ, ລາຍການສິລະປະ, ການລະຫລິ້ນພື້ນເມືອງ, ນຸ່ງທົດລອງຊຸດອາພອນປະຈຳຊາດຂອງ ສເກົາຫລີ. …ຜ່ານງານບຸນ ບັນດາເພື່ອນຫນຸ່ມ ພິເສດແມ່ນນັກສຶກສາມີຄວາມເຂົ້າໃຈກ່ຽວກັບຈຸດວັດທະນະທຳຂອງ ສເກົາຫລີ ກວ່າອີກ.