ງານບຸນ ບໍລິຈາກເລືອດ ລະດູບານໃໝ່ 2012

ງານບຸນ ບໍລິຈາກເລືອດ ລະດູບານໃໝ່ 2012  - ảnh 1
ບໍລິຈາກເລືອດແມ່ນການກະທຳອັນສູງສົ່ງ

(vovworld) - ”ບໍລິຈາກ​ເລືອດ - ສ້າງ​ຄວາມ​ເຊື່ອ​ໝັ້ນ” ນັ້ນ​ແມ່ນ​ສານ​ຂອງ​ງານ​ບຸນ​ບໍລິຈາກ​ເລືອດລະດູບານ​ໃໝ່ 2012 ​ໂດຍ​ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ, ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ບໍລິຈາກ​ເລືອດ​ມະນຸດສະທຳ ​ແລະ​ ສະມາຄົມ​ຊາວ​ໜຸ່ມ​ຂົນຂວາຍ​ການ​ບໍລິຈາກ​ເລືອດ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນໃນ​ວັນ​ທີ 12/2. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ​ ​ແລະ ຕີ​ກອງ ​ໄຂ​ພິທີ.

        ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ໄດ້​ຊີ້​ແຈ້ງວ່າ, ​ໃນ 18 ປີຜ່ານມາ, ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ສົ່ງ​ເລືອດ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຈາກ​ໝູ່​ປະຊາຊົນ, ພິ​ເສດ​ແມ່ນ​ກຳລັງ​ຊາວ​ໜຸ່ມ, ນັກ​ສຶກສາ, ອັນ​ໄດ້​ຮັບປະກັນ​ມີ​ເລືອດ​ຢ່າງ​ພຽງພໍ​ ແລະ​ ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ການ​ພະຍາບານ​ສຸກ​ເສີນ ​ແລະ ປິ່ນປົວ​ພະຍາດ. ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ , ​ເວົ້າ​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ສ່ວນ​ບຸກຄົນ​ທີ່​ມີ​ໃຈ​ກຸສົນ, ​ເຊິ່ງ​ໄດ້​ບໍລິຈາກ​ເລືອດ​ຂອງ​ຕົນ ​ເພື່ອ​ກູ້​ເອົາ​ຊີວິດ​​ໃຫ້ຄົນ​ເຈັບ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, ສະພາບ​ຂາດ​ເລືອດຈະ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ. ຄົນ​ເຈັບ​ມີ​ຄວາມ​ຕ້ອງການ​ເລືອດ​ທີ່​ສຸດ, ທຸກ​ຄົນ​ຈົ່ງ​ມີ​ການ​ກະທຳ ​ເພື່ອ​ພ້ອມ​ກັນ​ກູ້​ເອົາ​ຊີວິດ​ໃຫ້​ເຂົາ​ເຈົ້າ ດ້ວຍ​ການ​ບໍລິຈາກ​ເລືອດ​ຂອງ​ຕົນ”.

        ງານ​ບຸນ​ບໍລິຈາກ​ເລືອດລະດູບານ​ໃໝ່ 2012 ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຜູ້​ໃຈ​ບຸນ, ​ໃຈ​ກຸສົນ​ນັບ​ພັນ​ຄົນ​ບໍລິຈາກ​ເລືອດ​ຂອງ​ຕົນ​ເພື່ອ​ຊ່ວຍ​ກູ້​ເອົາ​ຊີວິດ​ໃຫ້​ແກ່​ຄົນ​ເຈັບ. ​ເພື່ອນ ຫງວຽນ​ຕ໋ວານ​ແອ​ງ, ນັກ​ສຶກສາ ສະ​ຖາ​ບັນນະ​ໂຍບາຍ ​ແລະ​ ພັດທະນາ, ຜູ້​ທີ່​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ​ແບ່ງປັນ​ວ່າ:

​”ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍເມື່ອ​ໄດ້​ບໍລິຈາກ​ເລືອດ​ຂອງ​ຕົນ​ປະກອບສ່ວນ​ເພື່ອ​ວົງ​ຄະນາ​ຍາດ ​ແລະ ຄິດ​ວ່າ​ນີ້​ແມ່ນ​ສິ່ງ​ທີ່​ນັກ​ສຶກສາ​ແຕ່ລະຄົນ​ຄວນ​ເຮັດ. ຂ້າພະ​ເຈົ້າ​ຫວັງ​ວ່າ, ຢາດ​ເລື​ອດຂອງ​ຕົນ​ຈະ​ຖືກ​ສົ່ງ​ເຖິງ​ຄົນ​ເຈັບ​ທີ່​ທຸກ​ຍາກ”

ຂ່າວ/ບົດ​ອື່ນ