ພາບປະກອບ
(vovworld) - ຕອນເຊົ້າວັນທີ 21/2, ຢູ່ເມືອງ ເລີມບິງ (Lam Binh), ແຂວງ ຕວຽນກວາງ ໄດ້ດຳເນີນພິທີຮັບໃບຢັ້ງຢືນ “ງານບຸນ ລົ່ງຕົງ (Long Tong) ຂອງຊາວເຜົ່າ ໄຕ” ແຂວງ ຕວຽນກວາງ ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ. ກ່າວຄຳເຫັນນະພິທີ, ທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫງວຽນທິບິກລຽນ, ຢັ້ງຢືນວ່າ: ເລື່ອງງານບຸນ ລົ່ງຕົງ ຖືກນຳເຂົ້າບັນຊີລາຍຊື່ ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ ໄດ້ເປັນການຢັ້ງຢືນ ແລະ ເຊີດຊູຄຸນຄ່າຂອງມໍລະດົກນີ້ ພ້ອມທັງເປີດຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງ ເພື່ອພັດທະນາເສດຖະກິດທ່ອງທ່ຽວ ຕິດພັນກັບວັດທະນະທຳວົງຄະນະຍາດ. ທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫງວຽນທິບິກລຽນ ກ່າວວ່າ:
“ຂ້າພະເຈົ້າສະເໜີໃຫ້ແຂວງ ຕວຽນກວາງ ຄວນເອົາໃຈໃສ່ຊີ້ນຳບັນດາແຜນຮ່າງ, ແຜນການກວດກາ ເພື່ອແນໃສ່ອະນຸລັກຮັກສາ, ຟື້ນຟູຄຸນຄ່າພິທີຂັບ ແທນ ແລະ ງານບຸນ ລົ່ງຕົງ ຕິດພັນກັບການພັດທະນາເສດຖະກິດການທ່ອງທ່ຽວຂອງແຂວງ. ປະຕິບັດແຜນຮ່າງ ເປັນຢ່າງດີ, ອະນຸລັກຮັກສາການພັດທະນາວັດທະນະທຳບັນດາເຜົ່າ ຫວຽດນາມ ຮອດປີ 2020 ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານແລ້ວ, ໃນນັ້ນສຸມໃສ່ອະນຸລັກຮັກສາໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ບັນດາງານບຸນ, ທຳນອງເພງພື້ນເມືອງ, ຮີດຄອງປະເພນີ, ພາສາ, ວັດທະນະທຳອາຫານການກິນ, ການລະຫຼີ້ນພື້ນເມືອງ”
ງານບຸນລົ່ງຕົງ ມີການເຄື່ອນໄຫວຫຼາຍຢ່າງຄື: ງານບຸນລົງໄຮ່ໄຖນາ ດ້ວຍຄວາມໝາຍພາວະນາຂໍໃຫ້ວຽກໄຮ່ການນາໄດ້ຮັບຜົນດີ ແລະ ການລະຫຼີ້ນພື້ນເມືອງຕ່າງໆ...