ງານບຸນ “ສີສັນລະດູບານໃໝ່ ໃນທຸກແຖບຖິ່ນຂອງປະເທດຊາດ”

ງານບຸນ “ສີສັນລະດູບານໃໝ່ ໃນທຸກແຖບຖິ່ນຂອງປະເທດຊາດ” - ảnh 1
ທ່ານ​ປະທານ​ປະ​ເທດ  ​ໄດ້​ອວຍພອນ​ປີ​ໃໝ່​ຜູ້ຕາງໜ້າ ບັນດາ​ຊົນ​ເຜົ່າ​ຢູ່ ໝູ່ບ້ານ​ ວັດທະນະທຳ​ທ່ອງ​ທ່ຽວ​ບັນດາ​​ເຜົ່າ ຫວຽດນາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 20/2, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຜູ້ຕາງໜ້າ ບັນດາ​ຊົນ​ເຜົ່າ​ຢູ່ ໝູ່ບ້ານ​ ວັດທະນະທຳ​ທ່ອງ​ທ່ຽວ​ບັນດາ​​ເຜົ່າ ຫວຽດນາມ ຢູ່ ດົ່ງ​​ໂມ, ນະຄອນ ຮ່າ​ໂນ​້ຍ ​ແລະ ​ເຂົ້າ​ຮ່ວມ​ງານ​ບຸນ “ສີສັນ​ລະດູບານ​ໃໝ່​ໃນ​ທຸກ​ແຖບ​ຖິ່​ນຂອງ​ປະ​ເທດ​ຊາດ” ປີ 2013 ​ໂດ​ຍກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ, ຄະນະ​ຄຸ້ມ​ຄອງໝູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ ບັນດາ​ເຜົ່າ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ ສະ​ເໜີ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກ​ຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ໝູ່​ຄະນະ ພ້ອມ​ກັບ​ປະຊາຊົນ​ບັນດາ​ເຜົ່າ​ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ​ປະກອບສ່ວນ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຄວາມ​ຮູ້​​ໃຫ້​ແກ່ປະຊາຊົນ, ຍົກ​ສູງຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ຮັກສາ ​ແລະ ​​ເສີມ​ຂະຫຍາຍ​ສີ​ສັນ​ວັດທະນະທຳ, ມູນ​ເຊື້ອ​ອັນ​ດີງາມ​ຂອງ​ບັນດາ​ເຜົ່າ ​ແລະ ປັບປຸງ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ບັນດາ​ເຜົ່າ​ ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ:

“ຈັດ​ຕັ້ງ​ງານ​ບຸນ​ເພື່ອ​ໃຫ້​ມະຫາຊົນ ​ແລະ ບັນ​ດາ​ເຜົ່າ​ອ້າຍ​ນ້ອງ​ຮູ້ ​ແລະ ​ເຂົ້າ​ຮ່ວມ. ດັ່ງ​ນັ້ນ, ​ເຫດການ​ນີ້​ຕ້ອງ​ມີ​ຄວາມ​ດູດດືມ, ຢູ່​ນັ້ນ, ​​ແຕ່​ລະ​ຊົນ​ເຜົ່າ​ສະ​ແດງ​ບັນດາ​ຄວາມ​ງາມ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຜົ່າ​ຕົນ. ວັດທະນະທຳ ຫວຽດນາມ ມີ​ຄວາມ​ສົມບູນ​ຫຼາຍ ​ແລະ ​ເມື່ອ​ຕິດ​ພັນ​ກັບ​ການທ່ອງທ່ຽວ​ແມ່ນ​ດີທີ່​ສຸດ​ຍ້ອນ​ວ່າ ວັດທະນະທຳ ຫວຽດນາມ ​ແມ່ນ ຄວາມສາມັກຄີ​ບັນດາ​ເຜົ່າ ຫວຽດນາມ. ຫວັງ​ວ່າ: ກະຊວງ​ວັດທະ​ນະ​ທຳ - ກິລາ ​ແລະ ການ​ທ່ອງ​ທ່ຽວ ພ້ອມ​ກັບ ຄະນະ​ຄຸ້ມ​ຄອງໝູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ ບັນດາ​ເຜົ່າ ຫວຽດນາມ  ຈະ​ປະກອບສ່ວນ​ສຳຄັນ​ເພື່ອ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ບັນດາ​ເຜົ່າ”

ຂ່າວ/ບົດ​ອື່ນ