(vovworld) - ຕອນຄໍ່າວັນທີ 09/03/2013, ຢູ່ສະໜາມຫຼວງ 10/3 ນະຄອນບວນມາທວດ ໄດ້ດຳເນີນງານບຸນກາເຟ ຄັ້ງທີ 4 ປີ 2013 ດ້ວຍຫົວຂໍ້ວ່າ “ສີສັນເຂດ ພູພຽງ” ເຊິ່ງລວມມີລາຍການວັດທະນະທຳ, ສີລະປະທີ່ພົ້ນເດັ່ນດ້ວຍຫົວຂໍ້ກ່ຽວກັບຕົ້ນກາຟ, ຮີດຄອງປະເພນີ, ຊີວິດທາງດ້ານຈິດໃຈຂອງບັນດາເຜົ່າແຂວງ ດັກລັກ ເວົ້າລວມ ແລະ ເຂດ ໄຕຫງວຽນ ເວົ້າສະເພາະ. ກ່າວຄຳເຫັນພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນເຍີນ ຢືນຢັນວ່າ ງານບຸນກາເຟປີນີ້ ແມ່ນເພື່ອແນໃສ່ສົງເສີມຜູ້ປູກກາເຟ ຕາມທິດພັດທະນາກາເຟສະອາດ, ໃກ້ສິດກັບສິງແວດລ້ອມ, ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດພາຍໃນປະເທດຊອກຫາຕະຫຼາດສົ່ງອອກຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ຢືນຢັນວ່າ.
“ຂ້າພະເຈົ້າສະເໜີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳການຄ້າ ພ້ອມກັບບັນດານັກວິທະຍາສາດ, ວິສາຫະກິດ ແລະ ແຂວງຕ່າງໆທີ່ປູກຕົ້ນກາເຟ ຈົ່ງສົມທົບກັນພິຈາລະນາ ແລະ ຍື່ນສະເໜີຕໍ່ລັດຖະບານກ່ຽວກັບຄວາມສາມາດສ້າງແຜນການພັດທະນາຕົ້ນກາເຟ ແມ່ນຜະລິດຕະພັນລະດັບຊາດ, ຂະແໜງ 1 ທີ່ນຳໃຊ້ທີ່ດິນເກືອບ 1 ລ້ານກວ່າ ແຮັກຕາ ແລະ ຄົນງານກວ່າ 1 ລ້ານຄົນ ແລະ ມີປະລິມານຜະລິດກາເຟເພື່ອສົ່ງອອກຍື່ນອັນດັບ 2 ຂອງໂລກ ເພື່ອສ້າງຕັ້ງຂະແໜງອຸດສາຫະກຳກາເຟຫວຽດນາມ ມີປະສິດທິຜົນສູງ ແລະ ພັທະນາຢ່າງໝັ້ນຄົງ.”