ງານບຸນດອກຄາຍປີ 2014ໄດ້ຖືກໄຂຂຶ້ນ ຢູ່ຮ່າໂນ້ຍ
(ພາບ: baomoi)
|
(vovworld)- ງານບຸນດອກຄາຍປີ 2014ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 8/3 ຢູ່ຮ່າໂນ້ຍ. ງານບຸນດອກຄາຍປີນີ້ໂດຍແມ່ນ ສະມາຄົມແລກປ່ຽນວັດທະນະທຳຫວຽດນາມ-ຍີປຸນ ແລະ ສະຫະສະມາຄົມແລກປ່ຽນແມ່ຂອງ - ຍີປຸ່ນສົມທົບກັນຈັດຂຶ້ນ. ກ່າວຄຳເຫັນທີ່ພິທີໄຂ ງານບຸນດອກຄາຍປີນີ້. ທ່ານວູ້ຄັກລຽນ ປະທານສະມາຄົມແລກປ່ຽນວັດທະນະທຳຫວຽດນາມ-ຍີປຸ່ນ ໃຫ້ຮູ້ວ່າ :
“ ງານບຸນດອກຄາຍປີນີ້, ນອກຈາກການປັກດອກຄາຍປະດັບ, ພວກເຮົາຍົງໄດ້ຮັບຊົມການແຫ່ວໍ ໂອມີໂກຊີ ພ້ອມກັບບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງຍີປຸ່ນອີກດ້ວຍ. 14 ທິມ Yoasakoi ຂອງຫວຽດນາມ ແລະ ຍີປຸ່ນ ຈະມີການແຂ່ງຂັນກັນ ແລະ ມີການໃຫ້ຄະແນນ. ດ້ານອາຫານການກິນຂອງຍີປຸ່ນ ແນ່ນອນວ່າ ຈະດຶງດູດໃຈພວກເຮົາ, ມີການລະຫຼິ້ນພື້ນເມືອງຫຼາຍຢ່າງຈະຖືກແນະນຳໃນໂອກາດນີ້ ” .
ກ່ຽວກັບຈຸດປະສົງຂອງ ງານບຸນດອກຄາຍປີນີ້, ທ່ານ Fujisawa Satoshi ຜູ້ຕາງໜ້າສະຫະສະມາຄົມແລກປ່ຽນແມ່ຂອງ - ຍີປຸ່ນໃຫ້ຮູ້ວ່າ :
“ 3 ປີກ່ອນນີ້, ພາກຕາເວັນອອກສ່ຽງເໜືອຂອງຍີປຸ່ນໄດ້ເກີດເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກ ແລະ ໄດ້ຮັບການຊ່ວຍເຫຼືອຈາກຊາວຫວຽດນາມຢ່າງຫຼວງຫຼາຍເພື່ອຜ່ານຜ່າໄພພິບັດທຳມະຊາດ. ລາຍການນີ້ແມ່ນການຕອບບູນແທນຄຸນຂອງຊາວຍີປຸ່ນທີ່ມີຕໍ່ບັນດາເພື່ອນຫວຽດນາມ ”