ງານບຸນດອກຊາກຸລະ ຢູ່ຮ້າລອງ 2016 ຈະຖືກໄຂຂຶ້ນໃນວັນທີ 18/03
ງານບຸນດອກຊາກຸລະ ຢູ່ຮ້າລອງ 2016 ຈະຖືກໄຂຂຶ້ນໃນວັນທີ 18/03
(ພາບປະກອບ)
(vovworld) – ງານບຸນດອກຊາກູລະ ຮ້າລອງ 2016 ດ້ວຍຫົວຂໍ້ວ່າ “ການເຊື່ອມໂຍງ - ຮ່ວມມື ແລະ ພັດທະນາ” ຈະຖືກໄຂຂຶ້ນໃນເວລາ 20 ໂມງຂອງວັນທີ 18/03 ຢູ່ນະຄອນຮ້າລອງ. ງານບຸນຈະຖືກດຳເນີນຮອດເວລາ 21 ໂມງ 30 ນາທີ, ວັນທີ 21/03. ຈຸດໃໝ່ໃນງານບຸນປີນີ້ແມ່ນພິທີໄຂງານບຸນ ແລະ ການພົບປະແລກປ່ຽນວັດທະນະທຳສິລະປະຫວຽດນາມ - ຍີ່ປຸ່ນ, ດ້ວຍບັນດານັກສິລະປີນທີ່ມີຊື່ສຽງຂອງຫວຽດນາມ ແລະ ຍີ່ປຸ່ນ; ມີຮ້ານວາງສະແດງ 40 ຮ້ານ ທີ່ແນະນຳ ແລະ ວາງຂາຍບັນດາຜະລິດຕະພັນທ່ອງທ່ຽວ, ການຄ້າ, ວັດທະນະທຳ, ອາຫານການກິນ… ຂອງຫວຽດນາມ ແລະ ຍີ່ປຸ່ນ. ນອກຈາກນັ້ນ, ໃນຂອບເຂດງານບຸນຍັງດຳເນີນບັນດາການເຄື່ອນໄຫວອື່ນໆຄື: ຈັດຕັ້ງກອງປະຊຸມການຮ່ວມມືສົ່ງເສີມ ແລະ ລົງທຶນພັດທະນາດ້ານການທ່ອງທ່ຽວ, ການຄ້າລະຫວ່າງຫວຽດນາມ - ຍີ່ປຸ່ນ; ແນະນຳມໍລະດົກທຳມະຊາດໂລກອ່າວຮ້າລອງ. ງານບຸນແມ່ນເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນທາງການທູດ, ການຮ່ວມມືມີດຕະພາບລະຫວ່າງແຂວງກວາງນິງ ແລະ ທ້ອງຖິ່ນຕ່າງໆ, ອົງການຈັດຕັ້ງ, ສະຫະສະມາຄົມວັດທະນະທຳຂອງຍີ່ປຸ່ນ... ຜ່ານນັ້ນ, ເພີ່ມທະວີການຮ່ວມມື, ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ, ການຄ້າລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ຍີ່ປຸ່ນ.