ງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ ເຊັກໂກ

(VOVWORLD) - ໃນລະຫວ່າງວັນທີ 30 ພຶດສະພາ - ວັນທີ 2 ມິຖຸນາ ຢູ່ນະຄອນຫລວງ ປຣາຮາ ປະເທດ ເຊັກໂກ ໄດ້ດຳເນີນງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ ເຊັກໂກ ດ້ວຍການເຂົ້າຮ່ວມຂອງປະຊາຄົມບັນດາຊົນເຜົ່າພວມດຳລົງຊີວິດຢູ່ປະເທດນີ້, ໃນນັ້ນ ມີປະຊາຄົມຊາວ ຫວຽດນາມ.
ງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ ເຊັກໂກ - ảnh 1 ງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ ເຊັກໂກ (ພາບ: TTXVN)

ທ່ານ ຫງວຽນວັນເຕິມ, ຮອງປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໃຫ້ຮູ້ວ່າ: ນີ້ແມ່ນປີທີ 9 ທີ່ປະຊາຄົມຊາວ ຫວຽດນາມ ເຂົ້າຮ່ວມງານບຸນ. ບັນດາສະມາຄົມ, ໝູ່ຄະນະພ້ອມກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ລ້ວນແຕ່ມີຄວາມພາກພູມໃຈ ແລະ ເຂົ້າຮ່ວມເຫດການວັດທະນະທຳນີ້ຢ່າງສຸດອົກສຸດໃຈ ຍ້ອນວ່າ ຜ່ານງານບຸນນີ້ ພໍ່ແມ່ປະຊາຊົນນັບມື້ນັບຮູ້ສຶກມີຄວາມຜູກພັນ ຕໍ່ປະເທດຕົນເອງພວມດຳລົງຊີວິດກ່ວາອີກ, ກໍ່ຄືປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ ຢູ່ບ້ານເກີດເມືອງນອນແຫ່ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ