ງານບຸນປະເພນີ Thanh Quy Minh Dai Vuong

ງານບຸນປະເພນີ Thanh Quy Minh Dai Vuong - ảnh 1
ງານບຸນປະເພນີ Thanh Quy Minh Dai Vuong
(ພາບ: btv.org.vn)

(vovworld) – ວັນ​ທີ 8/4 (ກົງ​ກັບ​ວັນ​ທີ​ແຮມ 3 ຄ່ຳ​ເດືອນ 3), ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດຫວຽດນາມ Nguyen Thi Doan ​ໄດ້​​ເຂົ້າ​ຮ່ວມພິທີ​ໄຂ​ງານ​ບຸນ​ປະ​ເພນີ Thanh Quy Minh Dai Vuong( ຫຼື​ເອີນ​ວ່າ: ອໍ​ລະ​ຫັນ Cao Son) ຢູ່​ເຂດ​ທ່ອງ​ທ່ຽວ​ຈິດ​ວິນ​ຍານ ຈ່າງ​ອານ - ບ໋າ​ຍດິ໋ງ (​ແຂ​ວງນິນ​ບິນ). ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan, ທ່ານ Bui Van Nam, ​ເລຂາ​ຄະນະ​ພັກ​ແຂວງ​ນິນ​ບິນ, ພະ​ມະຫາ​ອາຈານ Thich Thanh Nhieu, ​ເຈົ້າ​ອາວາດ​ວັດ ບ໋າ​ຍດິ໋ງ ​ໄດ້​ດຳ​ເນີນ​ພິທີ ຕີ​ລາ​ຄັງ, ຕີ​ກອງ ​ໄຂ​ງານ​ບຸນ ​ແລະ ພ້ອມ​ກັບ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາ​ມ​ໃນ​ສານ “ກໍ່ສ້າງ​ເຂດ​ທັດສະ​ນີຍະ​ພາບ ຈ່າງ​ອານ ​ໃຫ້ກາຍ​ເປັນ​ມໍລະດ​ົກທຳ​ມະ​ຊາ​ດ​ໂລກ”. ຕາມ​ເລື່ອງ​ລາວ​ທີ່​​ເລົ່າ​ຂານ​ກັນມາ​ແຕ່​ບູຮານ​ນະ​ການ​ແລ້ວ, ອໍລະຫັນ Quy Minh Dai Vuong ມີ​ຄຸນງາມຄວາມດີ​ໃນ​ການປ້ອງ​ກັນ ​ເຊີນ​ນາມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ເຈົ້າ​ຊີວິດ Hung ອົງທີ 18.

ຂ່າວ/ບົດ​ອື່ນ