ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ 2018 ເຂັ້ມຂຸ້ນໄປດ້ວຍສີສັນຫຼາກຫຼາຍ

(VOVWORLD) -ຕອນຄ່ຳວັນທີ 11 ຕຸລາ, ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ 2018 ໄດ້ດຳເນີນຢູ່ສວນສາທາລະນະ ທົ໊ງເຍິດ, ໂດຍມີປະຊາຊົນ ແລະ ນັກທ່ອງທ່ຽວນັບພັນຄົນ ໄດ້ເຂົ້າຮ່ວມ, ຮັບປະທານບັນດາເຍື່ອງອາຫານພື້ນເມືອງ ເຂັ້ມຂຸ້ນໄປດ້ວຍສີສັນຂອງຮ່າໂນ້ຍ.

ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ 2018 ເຂັ້ມຂຸ້ນໄປດ້ວຍສີສັນຫຼາກຫຼາຍ - ảnh 1 ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ 2018

(ພາບ: hanoimoi.com.vn)

ທີ່ງານບຸນອາຫານການກິນ, ປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມຈະຊອກເຫັນໄດ້ບັນດາເຍື່ອງອາຫານທີ່ມີຊື່ສຽງຂອງຮ່າໂນ້ຍ, ຮ້ານອາຫານທີ່ດຶງດູດແຂກທ່ອງທ່ຽວ ແລະ ປະຊາຊົນເປັນຈຳນວນຫຼາຍເປັນຕົ້ນແມ່ນຮ້ານຂາຍປັນກວນ ແທງຈີ, ເຂົ້າເໝົ້າ ເມ໊ຈີ ແລະ ຟູໂດ, ຂອງຫວານຟູເທື້ອງ… ຢູ່ເຂດນີ້ຍັງແນະນຳກ່ຽວກັບວັດທະນະທຳຄວາມເປັນມາ, ວິວັດທະນາການພັດທະນາຂອງບັນດາອາຊີບທີ່ເປັນມູນເຊື້ອ; ນັກທ່ອງທ່ຽວເຂົ້າຮ່ວມໃນງານຈະໄດ້ຢ້ຽມຊົມ, ພົບປະແລກປ່ຽນກັບບັນດານັກສິລະປະການກ່ຽວກັບຂັ້ນຕອນການປຸງແຕ່ງບັນດາອາຫານການກິນທີ່ມີຊື່ສຽງຂອງຮ່າໂນ້ຍ.

        ນອກນັ້ນ, ຍັງມີເຂດແນະນຳຜະລິດຕະພັນ, ຮັບປະທານບັນດາເຍື່ອງອາຫານທີ່ແຊບນົວ, ເຊິ່ງເປັນຂອງຕ້ອນພິເສດສະເພາະໂດຍບັນດານັກສິລະປະການ, ພໍ່ຄົວ, ແມ່ຄົວທີ່ມີສີມືດີມາຈາກບັນດາຄອບຄົວເຮັດອາຊີບມາແຕ່ດົນນານປຸງແຕ່ງ. ເຂດນີ້ລວມມີຮ້ານວາງສະແດງ 25 ຮ້ານ, ເຕົ້າໂຮມບັນດາເຍື່ອງອາຫານທີ່ແຊບນົວ, ມີຊື່ສຽງ ອັນໄດ້ດຶງດູດຜູ້ມາຢ້ຽມຊົມ, ຮັບປະທານອາຫານເປັນຈຳນວນຫຼາຍ.

        ນີ້ແມ່ນຄັ້ງທຳອິດທີ່ຮ່າໂນ້ຍ ຈັດງານບຸນວັດທະນະທຳອາຫານການກິນ ເພື່ອແນໃສ່ແນະນຳ, ໂຄສະນາສິລະປະອາຫານການກິນ, ປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າມໍລະດົກດ້ານອາຫານການກິນຂອງນະຄອນຫຼວງໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ