ງານ​ບຸນ​ໝາກພ້າວ ເບ໊ນ​ແຈ​ ຄັ້ງ​ທີ V

(VOVWORLD) -ງານບຸນໝາກພ້າວແຂວງ ເບ໊ນແຈ ຄັ້ງທີ V ດ້ວຍຫົວຂໍ້ວ່າ “ຕົ້ນໝາກພ້າວບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ” ເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 20 ພະຈິກ 2019.
ງານ​ບຸນ​ໝາກພ້າວ ເບ໊ນ​ແຈ​ ຄັ້ງ​ທີ V - ảnh 1ການຖະແໜງຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງງານບຸນໝາກພ້າວ ເບ໊ນແຈ ຄັ້ງທີ V (ພາບ: TTXVN) 

        ໃນໄລຍະ 7 ວັນທີ່ດຳເນີນງານບຸນນັ້ນຈະຈັດຕັ້ງການເຄື່ອນໄຫວພິເສດຫຼາຍຢ່າງຄື: ງານບຸນອາຫານການກິນທາງພາກໃຕ້, ງານວາງສະແດງຜະລິດຕະພັນໝາກພ້າວ ແລະ ງານຕະຫຼາດນັດການຄ້າ, ກອງປະຊຸມສຳມະນາ “ກໍ່ສ້າງ, ຂຸດຄົ້ນ, ພັດທະນາເຄື່ອງໝາຍຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ເບ໊ນແຈ”, ກອງປະຊຸມສຳມະນາກ່ຽວກັບລະບົບມູນຄ່າຂອງໝາກພ້າວ… ຈຸດພົ້ນເດັ່ນຂອງງານບຸນນີ້ແມ່ນລາຍການສັບປະດາວັດທະນະທຳ - ສິລະປະ - ການທ່ອງທ່ຽວດ້ວຍບັນດາເນື້ອໃນຫຼາຍຮູບຫຼາຍແບບ.

        ໃນວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຖະແໜງຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງງານບຸນ, ທ່ານ ຫງວຽນຫຶວເລິບ, ຮອງປະທານຄະນະກຳມະການແຂວງເບ໊ນແຈ ໃຫ້ຮູ້ວ່າ:

        “ງານບຸນໝາກພ້າວຄັ້ງທີ 5 ໄດ້ຈັດຕັ້ງດ້ວຍຄວາມໝາຍແມ່ນເຊີດຊູ, ແນະນຳພາບພົດຂອງແຂວງ ແລະ ຊາວເບ໊ນແຈ ໄປຍັງເພື່ອນມິດສາກົນ, ປະກອບສ່ວນດຶງດູດການລົງທຶນ, ການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ. ບັນດາເຫດການຈຸດສຸມແມ່ນ ພິທີໄຂ ແລະ ພິທີອັດໄດ້ກະກຽມເປັນພິເສດ, ມີການປະກວດນາງງາມໝາກພ້າວ… ເພື່ອແນໃສ່ສ້າງບັນຍາກາດທີ່ມ່ວນຊື່ນໃຫ້ແກ່ປະຊາຊົນ. ຂ້າພະເຈົ້າ ຫວັງວ່າບັນດາການເຄື່ອນໄຫວນີ້ຈະຊ່ວຍໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບລະບົບມູນຄ່າຂອງຕົ້ນໝາກພ້າວ ໃນພື້ນຖານເສດຖະກິດແຫ່ງຊາດ ແລະ ຕົ້ນໝາກພ້າວ ໃນຊີວິດດ້ານວັດທະນະທຳຈິດໃຈຂອງ ຊາວຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ