ງານພົບປະກອງຊາວໜຸມຕະລຸມບອນຢຶດຄອງນະຄອນຫຼວງ

ງານພົບປະກອງຊາວໜຸມຕະລຸມບອນຢຶດຄອງນະຄອນຫຼວງ - ảnh 1
(ກອງຊາວໜຸມຕະລຸມບອນຢຶດຄອງນະຄອນຫຼວງ)

(vovworld) -     ວັນ​ທີ 7/10, ຄະນະ​ຕິດ​ຕໍ່​ພົວພັນ​ກອງ​ຊາວ​ໜຸ່ມ​ຕະລຸມບອນຢຶດຄອງນະຄອນຫຼວງ ປີ 1954 ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ​ຮ່າ​ໂນ້ຍ (10/10/1954 – 10/10/2012). ທີ່​ງານ​ພົບ​ປະ, ບັນດາ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​​ໄດ້​ພ້ອມ​ກັນ​ຫວນ​ຄືນ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາສີ​ຂອງຊາວ​ໜຸ່ມ​ໃນ​ເມື່ອ​ກອນ ​ໃນ​ວຽກ​ງານ​ປະຈັນບານ​ນຳ​ໜ້າບັ້ນຂົນຂວາຍ, ​ໂຄສະນາ​​ໃຫ້ປະຊາຊົນ​ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວຕ່າງໆ​ຄື; ກາງ​ທຸງ, ປ້າຍ​ໂຄສະນາ, ​ເຮັດອະນາ​ໄມ​ຖະໜົນ​ຫົນທາງ… ​ເພື່ອ​ຕ້ອນ​ຮັບ​ວັນປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ນາງ Vuong Thi Hieu, ສະມາຊິກ​ຊາວ​ໜຸ່ມ​ຕະລຸມບອນຢຶດຄອງນະຄອນຫຼວງ, ​ໃຫ້​ຮູ້​ວ່າ.

        “​ແຕ່ລະ​ປີພວກ​ຂ້າພະ​ເຈົ້າ​ໄດ້​ຈັດການ​ພົບ​ປ​ະ​ເພື່ອ​ຫວນ​ຄືນອານຸສອນ ແລະ ​ແຕ່ລະ​ເທື່ອ​​ເມື່ອເລົ່າ​ເລື່ອງ​ເກົ່າ, ​ເບິ່ງ​ຮູບ​ຖ່າຍ ຫຼື ຟິນຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ວັນຢຶດຄອງນະຄອນຫຼວງ ຂ້າພະ​ເຈົ້າ​ກໍ​ຫຼັ່ງ​ນ້ຳຕາ. ກັບ​ເມືອ​ບ້ານ, ຂ້າພະ​ເຈົ້າ​ຍັງ​ເລົ່າ​ໃຫ້ລູກ​ຫຼານ​ຟັງ​ກ່ຽວ​ກັບ​ມູນ​ເຊື້ອ​ຂອງ​ກອງ​ຊາວ​ໜຸ່ມ​ຕະລຸມບອນ ​ແລະ ພວກລູກ​ຫຼານລ້ວນ​ແຕ່​ມີ​ຄວາມ​ເອກອ້າງ​ທະນົງ​ໃຈ​ເພາະ​ມີ​ແມ່ ​ແລະ ​ແມ່​ຍ່າ​ໄດ້​ມີໜ້າ​ໃນ​ວັນ​ສຳຄັນ​ຍິ່ງ​ຂອງ​ນະຄອນຫຼວງ, ​ຈາກ​ນັ້ນ​ຈະມີ​ຄວາມພະຍາຍາມ​, ສູ້​ຊົນ”.

ຂ່າວ/ບົດ​ອື່ນ