ງານພົບປະມິດຕະພາບ ຊາວໜຸ່ມຫວຽດນາມ- ລາວປີ 2013 ຈະດຳເນີນ ໄປນັບແຕ່ວັນທີ 15/7
(ພາບປະກອບ:vietnamplus.vn)
(vovworld)- ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວປີ 2013 ຈະດຳເນີນໄປແຕ່ວັນທີ 15-22/7/2013 ຢູ່ບັນດາແຂວງເຊີນລາ, ຕວຽນກວາງ, ຮ່າໂນ້ຍ, ເຫງະອານ ແລະ ຮ່າຕິ້ງ. ນີ້ແມ່ນໂອກາດເພື່ອເພີ່ມທະວີການພົບປະແລກປ່ຽນ, ເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນລະຫວ່າງອົງການຊາວໜຸ່ມ ແລະ ໄວໜຸ່ມສອງປະເທດຫວຽດນາມ-ລາວ. ຜ່ານນັ້ນ, ປະກອບສ່ວນສຶກສາອົບຮົມຊາວໜຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ. ຢັ້ງຢືນຄວາມຕັດສິນໃຈ, ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມສອງປະເທດໃນການຮັກສາ, ປັບປຸງ ແລະ ເພີ່ມທະວີສາຍພົວພັນອັນເປັນມູນເຊື້ອ, ບໍລິສຸດພຸດຜ່ອງຂອງ ປຊຊ ສອງປະເທດຫວຽດນາມ-ລາວ.
ບັນດາການເຄື່ອນໄຫວຕົ້ນຕໍໃນງານພົບປະມິດຕະພາບດັ່ງກ່າວລວມມີ: ການເຂົ້າຢ້ຽມຂ່ຳນັບການນຳພັກ, ລັດຫວຽດນາມ; ການປະດັບຫຼຽນໄຊເອກະລາດຊັ້ນ 1 ຂອງລັດຫວຽດນາມ ໃຫ້ແກ່ສູນກາງຄະນະຊາວໜຸ່ມ ປຊຊ ປະຕິວັດລາວ; ເປີດສະຫຼອງຫ້ອງເຊື່ອມຕໍ່ອິນເຕີເນັດໃຫ້ຊາວໜຸ່ມຕາແສງໝິ້ບັ່ງ, ແຂວງຕວຽນກວາງ. ຄຽງຄູ່ກັນນັ້ນກໍ່ຈະມີລາຍການກິນຢູ່ພ້ອມກັບຄອບຄົວປະຊາຊົນຢູ່ເທດສະບານເກືອລໍ່ ແຂວງເຫງະອານ, ໄປຢ້ຽມຢາມຫໍພິພິຕະພັນ, ເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທຳຈຳນວນໜຶ່ງຂອງຫວຽດນາມ.