(vovworld) – ເພື່ອແນໃສ່ຕອບບູນແທນຄຸນບັນດາເພື່ອນມິດອາເມລິກາ ທີ່ໄດ້ຕໍ່ສູ້ເພື່ອສັນຕິພາບ ແລະ ສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ກູ້ຊາດ, ວັນທີ 21/04, ຢູ່ຮ່າໂນ້ຍ ໄດ້ຈັດງານພົບປະມິດຕະພາບເພື່ອສັນຕິພາບ, ຝ່າຍຊ້າຍອາເມລິກາ, ໂດຍສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈັດຕັ້ງຂຶ້ນ. ເຂົ້າຮ່ວມມີເພື່ອນມິດຝ່າຍຊ້າຍອາເມລິກາ 16 ຄົນ, ໂດຍທ່ານ John McAuliff, ຫົວໜ້າຝ່າຍບໍລິຫານກອງທຶນໄກ່ເກ່ຍ ແລະ ພັດທະນາ (ອາເມລິກາ) ເປັນຫົວໜ້າຄະນະ ພວມຢ້ຽມຢາມຊອກຮູ້ຢູ່ຫວຽດນາມ ໃນລະຫວ່າງວັນທີ 19/04 – 01/05; ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຫວຽດນາມ. ກ່າວຄຳເຫັນທີ່ງານພົບປະ, ທ່ານບຸຍເທ້ຢາງ, ຮອງປະທານສະມາຄົມຫວຽດນາມ - ອາເມລິກາ ໄດ້ເນັ້ນໜັກວ່າ, ງານພົບປະຄັ້ງນີ້ຈະແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນພ້ອມກັນແບ່ງປັນອະນຸສອນ, ນ້ຳໃຈທີ່ມີຕໍ່ປະເທດຊາດ ແລະ ຊາວຫວຽດນາມ; ສະແດງຄວາມປາດຖະໜາວ່າ ພາຍຫຼັງການຢ້ຽມຢາມ, ບັນດາເພື່ອນມິດຝ່າຍຊ້າຍ ອາເມລິກາ ຈະສືບຕໍ່ສະໜັບສະໜູນຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ ກໍ່ຄືມີບັນດາການປະກອບສ່ວນໃນການເຄື່ອນໄຫວມະນຸດສະທຳສຳລັບປະຊາຊົນຫວຽດນາມ ທີ່ພວມຖືກຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ. ສ່ວນທ່ານ John McAuliff ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຊອກຮູ້ຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມຂອງອາເມລິກາ ຢູ່ຫວຽດນາມ (ຄື: ລະເບີດ/ວັດຖຸລະເບີດ, ທາດຜິດສີສົ້ມ/ດີໂອຊິນ…); ນອກຈາກນັ້ນກໍ່ມີການເຮັດວຽກ, ພົບປະກັບບັນດາອົງການສຳນັກງານຂອງຫວຽດນາມ ເພື່ອປຶກສາຫາລືການຮ່ວມມື, ການສະໜັບສະໜູນຂອງເພື່ອນມິດອາເມລິກາ ທີ່ມີຕໍ່ຫວຽດນາມ ໃນປະຈຸບັນ.