ງານພົບປະມິດຕະພາບລະຫວ່າງຊາວໜຸ່ມຫວຽດນາມ-ລາວປີ 2016

ງານພົບປະມິດຕະພາບລະຫວ່າງຊາວໜຸ່ມຫວຽດນາມ-ລາວປີ 2016 - ảnh 1
ພິ​ທີ​ໄຂງານພົບປະມິດຕະພາບລະຫວ່າງຊາວໜຸ່ມຫວຽດນາມ-ລາວປີ 2016


(vovworld)- ຕອນ​ເຊົ້າວັນ​ທີ 6/7, ຢູ່ແຂວງ​ສະ​ຫວັນ​ນະ​ເຂດ, ໄດ້​ດຳ​ເນີນ​ງານ​ພົບ​ປະ​ມິດ​ຕະ​ພາບ​ລະ​ຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ​ຫວຽດ​ນາມ-ລາວ​ປີ 2016 ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ 2 ປະ​ເທດ​ເປັນ​ຈຳ​ນວນຫຼວງຫຼາຍ. ທີ່​ການ​ພົບ​ປະ, ການ​ນຳ​ຄະ​ນະ​ຊາວ​ໜຸ່ມ 2 ປະ​ເທດ​ໄດ້​ຢືນ​ຢັນ​ວ່າ ການ​ພົບ​ປະ​ມິດ​ຕະ​ພາບ​ລະ​ຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ​ຫວຽດ​ນາມ-ລາວ​ປີ 2016 ແມ່ນ​ໜຶ່ງ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ຂອງ 2 ປະ​ເທດ​ທີ່​ຖືກ​ຈັດ​ຂຶ້​ນໃນ​ແຕ່​ລະ​ປີ. ທີ່​ການ​ພົບ​ປະ, ໄວ​ໜຸ່ມ 2 ປະ​ເທດ​ສືບ​ຕໍ່​ປຶກ​ສາ​ຫາ​ລື, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​​ໄວ​ໜຸ່ມໃນ​ການ​ເຂົ້າ​ຮ່ວມ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ຊຸກຍູ້​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ການ​ເລີ່ມ​ສ້າງ​ອາ​ຊີບ​ໃນ​ໝູ່​ໄວ​ໜຸ່ມ, ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ​ຊາວ​ໜຸ່ມລາວ-ຫວຽດ​ນາມ
ຂ່າວ/ບົດ​ອື່ນ