ງານພົບປະແລກປ່ຽນ ມິດຕະພາບຊາວໜຸ່ມ ຫວຽດນາມ - ຈີນ ປີ 2014 ປະສົບຜົນສຳເລັດຢ່າງຈົບງາມ
ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ປີ 2014
(ພາບ: tienphong.vn)
(vovworld) - ໂດຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະຊາວໜຸ່ມຫວຽດນາມ - ຈີນ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຊາວໜຸ່ມຈີນ 100 ຄົນ ໂດຍທ່ານເລຂາສູນກາງຊາວໜຸ່ມກອມມູນິດຈີນ ລົວໄໝ ນຳໜ້າມາເຂົ້າຮ່ວມ “ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ປີ 2014”. ງານພົບປະໄດ້ດຳເນີນແຕ່ວັນທີ 25/03 – 01/04/2014 ທີ່ຮ່າໂນ້ຍ, ຫາຍຟ່ອງ, ບັ໋ກນິງ ແລະ ນະຄອນໂຮ່ຈິມິນ. ນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນປະຈຳປີລະຫວ່າງຊາວໜຸ່ມ 2 ປະເທດ ແນໃສ່ປະກອບສ່ວນສຶກສາໃຫ້ໄວໜຸ່ມກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກ, ລັດ, ປະຊາຊົນ ແລະ ຊາວໜຸ່ມ 2 ປະເທດ ຫວຽດນາມ - ຈີນ. ຜ່ານນັ້ນ ຢືນຢັນຄວາມຕັດສິນໃຈ, ຄວາມຮັບຜິດຊອບຂອງຊາວໜຸ່ມໃນການຮັກສາ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. ໃນຂອບເຂດງານພົບປະແລກປ່ຽນ, ຜູ້ແທນຊາວໜຸ່ມ 2 ປະເທດໄດ້ປຶກສາຫາລື, ແລກປ່ຽນບົດຮຽນກ່ຽວກັບຫົວຂໍ້ຕ່າງໆຄື: “ຊາວໜຸ່ມກໍ່ຮ່າງສ້າງຕົວ, ເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ”, “ຊາວໜຸ່ມກັບວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ”, “ຂະບວນການຊາວໜຸ່ມອາສາສະມັກ”.