ງານພົບປະແລກປ່ຽນກິລາ,ວັດທະນະທຳຫວຽດນາມ-ລາວຢູ່ກຸຍບາ
(ພາບປະກອບ)
(vovworld) - ເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງປະຊາຄົມຫວຽດນາມ ແລະ ລາວ ທີ່ພວມປະຕິບັດງານ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ກຸຍບາ. ວັນທີ 08/05, ສະຖານທູດຫວຽດນາມ ປະຈຳກຸຍບາ ໄດ້ຈັດງານພົບປະແລກປ່ຽນກິລາ, ວັດທະນະທຳ. ມີສະມາຊິກຂອງປະຊາຄົມ 2 ປະເທດເກືອບ 100 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່, ປິ່ງປ່ອງ, ພົບປະແລກປ່ຽນວັດທະນະທຳຜ່ານບັນດາບົດເພງ, ວາດຟ້ອນ ແລະ ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ.