ງານພົບປະແລກປ່ຽນຄັ້ງທີ 4 ລະຫວ່າງກະຊວງ ການຕ່າງປະເທດຫວຽດນາມ ແລະ ກຳປູເຈຍ

ງານພົບປະແລກປ່ຽນຄັ້ງທີ 4 ລະຫວ່າງກະຊວງ ການຕ່າງປະເທດຫວຽດນາມ ແລະ ກຳປູເຈຍ - ảnh 1
(ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມກວາງ​ວິ​ງ)

(vovworld) – ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດຂອງ​ຫວຽດນາມ ​ແລະ ກຳປູ​ເຈຍ ປະກົດ​ຜົນ​ເປັນ​ຈິງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ ພ້ອມ​ກັບ​ລັດຖະມົນຕີ Ung Sean ​ເປັນ​ປະທານ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ຄັ້ງ​ທີ 4 ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ກຳ​ປູ​ເຈຍ ​​ໃນວັນ​ທີ 10 – 12/09 ຢູ່ກຳ​ປູ​ເຈຍ. ຕາມ​ນັ້ນ​ແລ​້ວ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ວັດທະນະທຳ…. ຍິງກວ່າ​ອີກ; ຕັ້ງ​ໜ້າ​ສົມທົບ​ກັນ​ກວ​ດກາ​ ​ແລະ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ໃນ​ຂອບ​ເຂດ​ຄະນະ​ກຳມະການ​ປະສົມ​ຄັ້ງ​ທີ 13 (02/2014) ​ແລະ ກອງ​ປະຊຸມ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຄັ້ງ​ທີ 7 (03/2014).

        ກ່ຽວ​ຂ້ອງ​ເຖິງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ຕໍ​່ໜ້າ​ສະຖານທູດ​ຫວຽດນາມ ປະຈຳ​ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກວາງ​ວິ​ງ ສະ​ເໜີ​ໃຫ້​ລັດຖະບານ​ກຳປູ​ເຈຍ ມີ​ບັນດາ​ມາດ​ຕະການທີ່​ເໝາະ​ສົມ​ເພື່ອ​ສະກັດ​ກັ້ນ, ບໍ່​ປະ​ໃຫ້​ເກີດ​ເຫດການ​ເຊັ່ນ​ດຽວກັນ​ອີກ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ສະໜັບສະໜູ​ນຫຼັກ​ໝັ້ນ​ລວມຂອງ​ອາ​ຊຽນ, ​ເຫັນ​ດີ​ຕ້ອງ​ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່ພາກ​ພື້ນ; ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ສົນທິສັນຍາກົດໝາຍ​ວ່າດ້ວຍ​ທະ​ເລ​ປີ 1982; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ; ບັນລຸ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ