ງານພົບປະແລກປ່ຽນຊາວ ໜຸ່ມ 3 ແຂວງລອງອານ -Svayrieng-Prayveng


ງານພົບປະແລກປ່ຽນຊາວ ໜຸ່ມ 3 ແຂວງລອງອານ -Svayrieng-Prayveng - ảnh 1

 (ພາບ: tgvn.com.vn)

 (vovworld)- ​​ໃນວັນ​ທີ 27-28/3, ຢູ່​ແຂວງ​ລອງ​ອານ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະທຳ-​ກິລາ​ລະຫວ່າງ ຊາວ​ໜຸ່ມ 3 ​ແຂວງ​ລອງ​ອານ (ຫວຽດນາມ)-Svayrieng-Prayveng (ກຳປູ​ເຈຍ) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 200 ຄົນ​ຊື່​​ງແມ່ນ​ຜູ້ຕາງໜ້າ​ການ​ນນຳ ​ແລະ ຊາວ​ໜຸ່ມ 3 ​ແຂວງ​ດັ່ງກ່າວ. ງານ​ພົບ​ປະ​ແລກປ່ຽນ​​ໂດຍ​ຄະນະ​ກຳມະການ ປຊຊ ​ແຂວງ ​ແລະ ຄະນະ​ຊາວ​ໜຸ່ມ​ແຂວງ​ລອງ​ອານ​ຈັດຕັ້ງຂຶ້ນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ອ້າຍ​ຟ້າ​ມວັນ​ໂບນ ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ​ລອງ​ອານ ​ເຊື່ອໝັ້ນວ່າ: ງານພົບ​ປະ​ແລກປ່ຽນ​ຄັ້ງນີ້ ຈະ​ແມ່ນ​ຂົວ​ຕໍ່​ເພື່ອ​ໃຫ້​ຊາວໜຸ່ມ​ແຂວງ​ລອງ​ອານ ພ້ອມ​ກັບ​ຊາວ​ໜຸ່ມ 2 ​ແຂວງ Svayrieng-Prayveng ສືບ​ຕໍ່​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຖານ​ບ້າ​ນໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ