ງານພົບປະແລກປ່ຽນ“ມີຄວາມເອກອ້າງທະນົງໃຈຍ້ອນເປັນແມ່ຍິງຫວຽດນາມ”

ງານພົບປະແລກປ່ຽນ“ມີຄວາມເອກອ້າງທະນົງໃຈຍ້ອນເປັນແມ່ຍິງຫວຽດນາມ” - ảnh 1
ບັນດາຜູ້ແທນພົວພັນແລກປ່ຽນກັບສະມາຊິກຊາວໜຸ່ມ
(ພາບ: T.Khoa)


(vovworld) – ຕອນ​ຄຳ່​ວັນ​ທີ 1/12, ຢູ່​ນະຄອນ ​ເຫ້ວ ​ໄດ​້ດຳ​ເນີນ​ງານ​ພົບ​ປະ​ແລກປ່ຽນ “​ມີ​ຄວາມເອກອ້າງ​ທະ​ນົງ​​ໃຈ​ຍ້ອນ​ເປັນ​ແມ່​ຍິງ ຫວຽດນາມ”, ​ໂດຍ​ສູ​ນກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ສົມທົບ​ກັບ​ສະຫະພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ. ທ່ານ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ເຢືອງວັນ​ອານ ​ໃຫ້​ຮູ້​ວ່າ:

        “ລາຍການ​ນີ້​ໄດ້​ແນະນ​ຳ, ​ເຊີດ​ຊູ​ບັນດາ​ຈຸດ​ທີ່​ດີງາມ​ໃນ​ຄຸນ​ນະ​ທາດ, ຄຸນ​ສົມບັດ​ຂອງ​ແມ່ຍິງ ຫວຽດນາມ, ​ໄດ້​ຮັບ​ການ​ສືບ​ທອດ, ພັດທະນາ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ ​ແລະ ​ໃນ​ສະ​ໄໝ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ. ຜ່ານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຢາກ​ຍົກ​ສູງ​ບັນດາ​ຄຸນ​ນະ​ທາດ, ຄຸນສົມບັດ​ອັນ​ດີ​ງາມ​ຂອງ​ແມ່ຍິງ ຫວຽດນາມ, ຈາກ​ນັ້ນ​ໂຄສະນາ, ລະດົມ​ກຳລັງ​ໃຈ​ແກ່​ຍິງ​ໜຸ່ມ ພະ​ຍາ​ຍາມ​ແລກ​ປ່ຽນ, ​ເພື່ອ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ແມ່ຍິງ ​ໃນ​ໄລຍະ​ປະຈຸ​ບັນ.”

ຂ່າວ/ບົດ​ອື່ນ