ງານພົບປະແລກປ່ຽນມິດຕະພາບ,ສາມັກຄີຫວຽດນາມ-ລາວຢູ່ອົດສະຕາລີ

(VOVWORLD) -ວັນທີ 14 ກັນຍາ, ສະຖານທູດຫວຽດນາມ ໄດ້ເປັນປະທານ, ສົມທົບກັບສະຖານທູດລາວ ປະຈຳອົດສະຕາລີ ຈັດຕັ້ງວັນພົບປະແລກປ່ຽນມິດຕະພາບ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ.

ງານພົບປະແລກປ່ຽນມິດຕະພາບ,ສາມັກຄີຫວຽດນາມ-ລາວຢູ່ອົດສະຕາລີ - ảnh 1ເອກອັກຄະລັດຖະທູດ 2 ທ່ານ

(ພາບ: vietnamembassy.org.au)

ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໂງເຮື໋ອງນາມ, ທ່ານເອກອັກຄະລັດຖະທູດລາວ ປະຈຳອົດສະຕາລີ ພົມມາ ຄຳມະນີຈັນ, ພ້ອມກັບບັນດາພະນັກງານ, ພາລະກອນຂອງ 2 ສະຖານທູດ ແລະ ຜູ້ຕາງໜ້າຊາວຫວຽດນາມ - ລາວ, ນັກສຶກສາ 2 ປະເທດທີ່ພວມຮ່່ຳຮຽນ ແລະ ອາໄສຢູ່ອົດສະຕາລີ.

        ກ່າວຄຳເຫັນທີ່ເຫດການດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໂງເຮື໋ອງນາມ ເນັ້ນໜັກວ່າ, ສາຍພົວພັນມິດຕະພາບຫວຽດນາມ - ລາວ ສະແດງໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບຄວາມສະໜິດຕິດພັນ, ຄວາມສາມັກຄີ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງສະຖານທູດ 2 ປະເທດປະຈຳອົດສະຕາລີ.

        ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດລາວ ພົມມາ ຄຳມະນີຈັນ ເຊື່ອໝັ້ນວ່າ, ສະຖານທູດ 2 ປະເທດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກວ່າອີກ, ສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຢູ່ປະເທດປະຈຳຖິ່ນ, ພ້ອມກັນມານະພະຍາຍາມເພື່ອຍົກສູງບົດບາດໃຈກາງຂອງອາຊຽນ ທີ່ບັນດາກົນໄກ ແລະ ເວທີປາໄສຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ