ງານພົບປະແລກປ່ຽນລະຫວ່າງຄະນະ ອະດີດນັກສຶກສາລາວ ແລະ ບັນດາຄູອາຈານຫວຽດາມ

ງານພົບປະແລກປ່ຽນລະຫວ່າງຄະນະ ອະດີດນັກສຶກສາລາວ ແລະ ບັນດາຄູອາຈານຫວຽດາມ - ảnh 1
( ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ຄະນະອະດີດ​
ນັກ​ສຶກສາລາວ ​ແລະ ບັນດາ​ຄູ​ອາຈານ​ຫວຽດນາມ )


(vovworld) – ​ ​ຕອນ​ຄໍ່າ​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​​ໄດ້​ຈັດງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ຄະນະອະດີດ​ນັກ​ສຶກສາລາວ ​ແລະ ບັນດາ​ຄູ​ອາຈານ​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ປີ​ສາມັກ​ຄິມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ. ທີ່​ງານ​ພົບ​ປະ​ແລກປ່ຽນ, ບັນດາ​ອະດີດ​ນັກ​ສຶກສາລາ​ວ​ໄດ້​ຫວນ​ຄືນ​ອະນຸສອນ​ໃນ​ຄາວເປັນ​ນັກຮຽນ​​ໃນປາງສົງຄາມ​ອັນ​ດຸ​ເດືອດ​ຢູ່ປະ​ເທດ​ຫວຽດນາມ. ທ່ານ​ນາງ ບົວ​ພາ ອຸດົມ​ສຸກ, ພວມ​​ເຮັດ​ວຽກ​ຢູ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສປປ ລາວ, ​ໄດ້​ແບ່ງປັນ​ວ່າ.

“ຂ້າພະ​ເຂົ້າ​ບໍ່​ອາດ​ຫົຼັງ​ລືມ​ມື​້ທຳ​ອິດ​ທີ​ມາ​ຫວຽ​ດນາມ, ນັ້ນ​ແມ່ນ​ປີ 1972, ​​ເຊິ່ງ​ເປັນ​ໄລຍະ​ທີ່ສົງຄາມ​ຢູ່​ຫວຽດນາມ ​ແລະ ລາວ ​ພວມ​ຮ້າຍ​ແຮງ​ດຸ​ເດືອດທີ່​ສຸດ. ​ໂຮງຮຽນຂອງພວກ​ຂ້າພະ​ເຈົ້າ​ຢູ່​​ໃກ້​ກັບ​ຂົວ​ຮາມ​ຣົ່ງ ແຂວງ​ແທງ​ຮ໋ວາ, ບ່ອນ​ທີ່​​ເກີດສົງຄາມ​ອັນ​ດຸເດືອດ, ​ເພາະສະ​ນັ້ນ​ ​ຄູອາຈານ​ໄດ້​ຍົກຍ້າຍ​ບັນດາ​ນັກຮຽນ​ລົງ​ອາ​ໄສຢູ່​ກັບ​ປະຊາຊົນ, ​ໄດ້​ຮັບ​ການ​​ເບ່ິງ​ແຍງ​ດູ​ແລ​ຈາກ​ປະຊາຊົນ​ຫວຽ​ດນາມ. ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ຍິນ​ຂ່າວ​ວ່າ​ ປີ​ນີ້​ຈະ​ໄດ້​ພົບ​ປະ​ກັບ​ບັນດາ​ຄູອາຈານ​ພາຍຫຼັງ​​ເວລາ 40 ປີທີ່​ຫ່າງ​ໄກ​ກັນ. ​​ໃນ​ການ​ພົບ​ປະ, ບັນດາ​ຄູອາຈານ​ບໍ່​ອາດ​ຈື່​ຈຳ​ໃບ​ໜ້ານັກ​ສຶກສາ​ຂອງ​ຕົນ, ​ເພາະ​ລູກສິດ​ທຸກ​ຄົນ​ກໍ​ເຖົ້າ​ແລ້ວ.”

ງານພົບປະແລກປ່ຽນລະຫວ່າງຄະນະ ອະດີດນັກສຶກສາລາວ ແລະ ບັນດາຄູອາຈານຫວຽດາມ - ảnh 2

( ທ່ານ​ Pham Vu Luan ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ )


“​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ບັນດາ​ສະຫາຍ​ຈະ​ມີ​ໂອກາດ​ກັບ​ເມື່ອ​ທ້ອງ​ຖິ່ນ​ຕ່າງໆ​ເຊິ່ງ​ເປັນບ່ອນ​ທີ່​ບັນດາ​ສະຫາຍ​ໄດ້​ດຳ​ລົງຊີວິດ, ຮໍ່າຮຽນ​ໃນ​ຄາວຍັງ​ໜຸ່ມຂອງ​ຕົນ. ການ​ພົບ​ປະ​ຄັ້ງນີ້ຈະ​ປະກອບສ່ວນ​ປັບປຸງ​ຄວາມ​ສະໜິດ​​ຕິດ​ພັນສາມັກຄີສອງ​ຊາດ, ມູນ​ເຊື້ອ​ສາມັກຄີ​ທີ່​ບໍລິສຸດ​ຜຸດ​ຜ່ອງລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ”.

ຂ່າວ/ບົດ​ອື່ນ