ງານພົບປະແລກປ່ຽນລະຫວ່າງສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ສິງຄະໂປ

(VOVWORLD) - ຕອນຄຳ່ວັນທີ 1/7, ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ສິງຄະໂປ ໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບ,

ງານພົບປະແລກປ່ຽນລະຫວ່າງສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ສິງຄະໂປ - ảnh 1 ເອກອັກຄະລັດຖະທູດ ຫວຽດນາມ ແລະ ລາວ ປະຈຳ ສິງກະໂປ ທີ່ການພົບປະ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962-5/9/2017) ແລະ 40 ປີ ແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977-18/7/2017). ກ່າວຄວາມເຫັນນະທີ່ນີ້, ທ່ານ ຫງວຽນຕ໋ຽນມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງຄະໂປ ໄດ້ຫວນຄືນໄລຍະແຫ່ງການພັດທະນາອັນສະຫງ່າລາສີ ຂອງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ. ພ້ອມທັງຢືນຢັນວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ -ລາວ ໄດ້ກາຍເປັນຊັບສົມບັດລວມອັນລ້ຳຄ່າຂອງສອງພັກ, ສອງລັດ ແລະ ສອງຊາດ.

ໃນງານພົບປະແລກປ່ຽນນີ້ກໍ່ໄດ້ມີລາຍການສະແດງສິລະປະທີ່ເປັນມູນເຊື້ອຂອງສອງຊາດ ຫວຽດນາມ - ລາວ. ຕອນບ່າຍວັນທີ 1/7, ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ສິງຄະໂປ ໄດ້ຈັດຕັ້ງການແຂ່ງຂັນບານເຕະມິດຕະພາບລະຫວ່າງບັນດາພະນັກງານຂອງສອງອົງການຕາງໜ້າການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ