ຄະນະຈັດຕັ້ງໄດ້ມອບ 3 ລາງວັນໃຫ້ບັນດານັກຜະລິດຟີມຮູບເງົາ
(vovworld) – ຕອນບ່າຍວັນທີ 13/8 ຢູ່ຮ່າໂນ້ຍ, ສູນວັດທະນະທຳ ສເກົາຫຼີ ປະຈຳ ຫວຽດນາມ ດ້ວຍການໜູນຊ່ວຍຈາກກົມຮູບເງົາ ຫວຽດນາມ ແລະ ບໍລິສັດຮູບເງົາກະຕູນ ຫວຽດນາມ ໄດ້ອັດງານມະຫາກຳຮູບເງົາກະຕູນ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 2 ແລະ ມອບລາງວັນການປະກວດຜະລິດຮູບເງົາກະຕູນ ອອນລາຍ ປະເພດສັ້ນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ຫວຽດນາມ Jeon Dae Ju ຖືວ່າ: ບັນດານັກຜະລິດ ຟີມຮູບເງົາກະຕູນ ຫວຽດນາມ ຈະພ້ອມກັບບັນດາຜູ້ຊ່ຽວຊານ ສເກົາຫຼີ ແລກປ່ຽນບົດຮຽນ, ໃຫ້ຄຳປຶກສາ ເພື່ອໃຫ້ຮູບເງົາ 3 ເລື່ອງໄດ້ຮັບລາງວັນ, ພ້ອມທັງຍົກສູງຄວາມສາມາດແກ່ງແຍ້ງຂອງຮູບເງົາ ກ່ອນທີ່ເຂົ້າຮ່ວມງານມະຫາກຳຮູບເງົາກະຕູນສາກົນ Chuncheon , ສເກົາຫຼີ ໃນເດືອນກັນຍາທີ່ຈະມາເຖິງ.
ທີ່ພິທີໄຂ ຄະນະຈັດຕັ້ງໄດ້ມອບ 3 ລາງວັນໃຫ້ບັນດານັກຜະລິດຟີມຮູບເງົາ. ລາງວັນທີ 1 ແມ່ນໄດ້ແກ່ຮູບເງົາເລື່ອງ “ພໍ່ຂອງໄກ່ນ້ອຍ” ຂອງ ຟ້າມງ້ອກຕ໋ວນ ສັງກັດບໍລິສັດຮູບເງົາກະຕູນ ຫວຽດນາມ. ລາງວັນທີ 2 ໄດ້ແກ່ຮູບເງົາເລື່ອງ “ Lu and Robo ” ຂອງບໍລິສັດ Co Lo Ry ຈຳກັດ ແລະ ລາງວັນທີ 3 ໄດ້ແກ່ຮູບເງົາເລື່ອງ “ ເຂົ້າໜົມແຫ່ງຄວາມຮັບລະຫວ່າງໝູ່ເພື່ອນ” ຂອງ ຟານງ້ອກທຸຍເຢືອງ ສັງກັດມະຫາວິທະຍາໄລ ສະຖາປັດຕະຍະກຳ ນະຄອນ ໂຮ່ຈີມິນ.