ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມງານມະໂຫລານ
ພາບ:internet
|
(vovworld)- ເຂົ້າຮ່ວມ ງານມະໂຫລານຊາວຫນຸ່ມຫວຽດນາມ-ຈີນຄັ້ງທີ2, ຝ່າຍຫວຽດນາມມີທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ຝ່າຍຈີນ, ມີທ່ານ ຫລີຢວນຈາວ, ຮອງປະທານປະເທດ ຈີນ ແລະ ຊາວຫນຸ່ມສອງປະເທດເກືອບ 1000 ຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ: ງານມະໂຫລານຊາວຫນຸ່ມຫວຽດນາມ- ຈີນ ຄັ້ງນີ້ ດຳເນີນໄປຂະນະທີ່ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດພວມສືບຕໍ່ມີບາດກ້າວພັດທະນາໃຫມ່ຢ່າງຕັ້ງຫນ້າ. ນີ້ແມ່ນໂອກາດເພື່ອໃຫ້ລຸ້ນຫນຸ່ມສອງປະເທດພ້ອມກັນທົບທວນຄືນມູນເຊື້ອມິດຕະພາບຫວຽດນາມ-ຈີນ, ເຮັດໃຫ້ອາລົມຈິດມິດຕະພາບລະຫວ່າງປະຊາຊົນ, ລຸ້ນຫນຸ່ມສອງປະເທດເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນນຳການພົວພັນລະຫວ່າງສອງພັກ, ສອງປະເທດນັບມື້ນັບແຕກດອກອອກຜົນ. ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນຫນັກວ່າ:
“ຊາວຫນຸ່ມແມ່ນອະນາຄົດຂອງປະເທດຊາດ. ຖ້າຫາກຊາວຫນຸ່ມສອງປະເທດເຂົ້າໃຈເຊິ່ງກັນ ແລະກັນ, ເຄົາລົບການຮ່ວມມືຢ່າງແທ້ຈິງ, ມີຄວາມສາມັກຄີ, ແນ່ນອນວ່າປະຊາຊົນສອງປະເທດຈະມີຄວາມຜາສຸກ, ພາລະກິດສ້າງສາສັງຄົມນິຍົມຈະປະສົບຜົນສຳເລັດ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ: ການພົບປະລະຫວ່າງຊາວຫນຸ່ມສອງປະເທດຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ເພື່ອນຫນຸ່ມໃກ້ຊິດສະຫນິດສະຫນົມ, ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ປະຊາຊົນສອງປະເທດກວ່າ. “
ເມື່ອຕີລາຄາການຈັດຕັ້ງງານມະໂຫລານຊາວຫນຸ່ມ ຈີນ-ຫວຽດນາມຄັ້ງທີ 2, ທ່ານ ຫລີຢວນຈາວ, ຮອງປະທານປະເທດຈີນ ປາດຖະຫນາຢາກໃຫ້ຊາວຫນຸ່ມສອງປະເທດ ຈີນ-ຫວຽດນາມ ຊາບຊືມບັນດາຄວາມມຸ່ງຫວັງຂອງການນຳສອງປະເທດ, ຮັກສາຄວາມໄວ້ເນື້ອເຊື່ອໃຈກ່ຽວກັບນ້ຳໃຈມິດຕະພາບຍາວນານ, ພ້ອມກັນສ້າງອະນາຄົດອັນດີງາມໃຫ້ແກ່ປະຊາຊົນສອງປະເທດໃນຄວາມມານະພະຍາຍາມຊຸກຍູ້ນ້ຳໃຈມິດຕະພາບຈີນ - ຫວຽດນາມ, ກໍຄືພາລະກິດສ້າງສາສັງຄົມນິຍົມຢູ່ແຕ່ລະປະເທດ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ສົ່ງຈົດໝາຍອວຍພອນ ງານມະໂຫລານຊາວຫນຸ່ມຫວຽດນາມ-ຈີນຄັ້ງທີ2 ແລະ ຊາວຫນຸ່ມສອງປະເທດ.