ງານມະໂຫລານຊາວໜຸ່ມ ຫວຽດນາມ-ຈີນຄັ້ງທີ 2
(ພາບ: nguyentandung.org)
(vovworld)- ຕອນເຊົ້າວັນທີ 24/11, ງານມະໂຫລານຊາວໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ດຳເນີນໄປຢູ່ແຂວງກວາງສີ ປະເທດຈິນ. ໃນເວລາ 4 ມື້, ຜູ້ແທນຊາວໜຸ່ມຫວຽດນາມ 3000 ຄົນ ແລະ ຜູ້ແທນຊາວໜຸ່ມຈີນນັບໝື່ນໆຄົນ ຈະມີບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ອຸດົມສົມບູນ ເພື່ອແນໃສ່ເພີ່ມທະວີ ຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງລຸ່ນໜຸ່ມສອງປະເທດ. ເຂົ້າຮ່ວມພິທີເປີດງານມະໂຫລານຊາວໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ມີທ່ານຫງວຽນແມັງຢຸງ ເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ທ່ານຈາງຊາວກີນ ຮອງປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແຂວງກວາງສີ ແລະ ທ່ານເຈົາຈາງກຸຍ ເລຂາຄະນະເລຂາສູນກາງຊາວໜຸ່ມກອມມູນິດຈີນ. ຕາມແຜນການ, ຜູ້ແທນຊາວໜຸ່ມຫວຽດນາມ 3000 ຄົນຈະແບ່ງປັນ 7 ກຸ່ມ ໄປເຖິງ 7 ນະຄອນຂອງແຂວງກວາງສີ ເພື່ອເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື: ຢ້ຽມຢາມບາງເຂດປູສະນີຍະສະຖານຕິດພັນກັບການປະຕິວັດຫວຽດນາມ ແລະ ປະທານໂຮ່ຈິມິນ; ຢ້ຽມຢາມ ແລະ ພົບປະແລກປ່ຽນຢູ່ບັນດາໂຮງຈັກໂຮງງານ, ສຳນັກງານ, ພົບປະແລກປ່ຽນວັດທະນະທຳສິລະປະ, ກິລາກັບຊາວໜຸ່ມທ້ອງຖິ່ນ; ເຂົ້າຮ່ວມການເຄື່ອນໄຫວປົກປກັຮັກສາສິ່ງແວດລ້ອມ…