ງານມະໂຫລານອາຫານການກິນທີ່ແຊບນົວປະເທດຕ່າງໆຄັ້ງທີ 12

(VOVWORLD) -ງານມະໂຫລານອາຫານການກິນທີ່ແຊບນົວປະເທດຕ່າງໆຄັ້ງທີ 12 ຈະດຳເນີນໃນລະຫວ່າງວັນທີ 11 – 14 ມັງກອນ, ຢູ່ສວນສາທາລະນະ ເລວັນຕ໋າມ, ເມືອງ 1, ນະຄອນໂຮ່ຈິມິນ

ງານມະໂຫລານອາຫານການກິນທີ່ແຊບນົວປະເທດຕ່າງໆຄັ້ງທີ 12 - ảnh 1 ງານມະໂຫລານອາຫານການກິນທີ່ແຊບນົວປະເທດຕ່າງໆຄັ້ງທີ 12

(ພາບ: Vietnam+)

ດ້ວຍຫົວຂໍ້ວ່າ “ອາຫານການກິນເຊື່ອມຕໍ່ໂລກ”. ມີຮ້ານວາງສະແດງອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ ແລະ ບັນດາປະເທດໃນໂລກກວ່າ 100 ຮ້ານ ຈະແນະນຳໃຫ້ຜູ້ເຂົ້າຮ່ວມບັນດາວັດທະນະທຳ, ອາຫານການກິນທີ່ດູດດຶ່ມ.

        ບັນດາຮ້ານວາງສະແດງອາຫານຈະໄດ້ຈັດແບ່ງເປັນ 7 ເຂດລວມມີ: ເຂດສາກົນ; ຫວຽດນາມ; street food - ຖະໜົນອາຫານ; ເຂດພິເສດ; ເຄື່ອງໝາຍການຄ້າອາຫານການກິນ; ການເຄື່ອນໄຫວລະຫິ້ນ; ເວທີສະແດງລະຄອນສຳຮອງ ແລະ ສວນເບ້ຍ, ຜ່ານນັ້ນຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານທີ່ເປັນຫຼາຍຮູບຫຼາຍແບບຂອງຜູ້ເຂົ້າຮ່ວມ.

        ງານມະໂຫລານບັນດາອາຫານທີ່ແຊບນົວຂອງປະເທດຕ່າງໆແມ່ນເຫດການໂຄສະນາການທ່ອງທ່ຽວວັດທະນະທຳອາຫານການກິນຫວຽດນາມ ແລະ ບັນດາປະເທດ, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ເປັນເອກະລັກສະເພາະທີ່ສະຫງວນໃຫ້ຜູ້ເຂົ້າຮ່ວມທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ