ງານລາຕີ ຫວຽດນາມ - ໄທ: 45 ປີແຫ່ງໄມຕີຈິດມິດຕະພາບ
ກິມເງິນ -  
(VOVWORLD) -ຜ່ານລາຍການສະແດງສິລະປະ, ຜູ້ຊົມ ຫວຽດນາມ, ໄທ ແລະ ເພື່ອນມິດສາກົນ ຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາຄຸນຄ່າທີ່ເປັນເອກະລັກ ກໍຄືຈຸດທີ່ຄ້າຍຄືກັນຂອງພື້ນຖານວັດທະນະທຳ ຫວຽດນາມ - ໄທ.
(ທ່ານຮອງລັດຖະມົນຕີ ຕະກວາງດົງ ກ່າວຄຳເຫັນຢູ່ງານລາຕີ)
|
ຕອນຄ່ຳວັນທີ 03 ທັນວາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ໄທ ປະຈຳ ຮ່າໂນ້ຍ ຈັດ “ງານລາຕີ ຫວຽດນາມ - ໄທ: 45 ປີແຫ່ງໄມຕີຈິດມິດຕະພາບ” ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ໄທ ແລະ ວັນຊາດ ໄທ ຄືວັນທີ 05 ທັນວາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ, ຢືນຢັນວ່າ:
“ຜ່ານລາຍການສະແດງສິລະປະ, ຜູ້ຊົມ ຫວຽດນາມ, ໄທ ແລະ ເພື່ອນມິດສາກົນ ຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາຄຸນຄ່າທີ່ເປັນເອກະລັກ ກໍຄືຈຸດທີ່ຄ້າຍຄືກັນຂອງພື້ນຖານວັດທະນະທຳ ຫວຽດນາມ - ໄທ. ລາຍການສະແດງສິລະປະໄດ້ຊຸກຍູ້ການພົວພັນຮ່ວມມືແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດກວ່າອີກ, ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ປະກອບສ່ວນພັດທະນາການພົວພັນຮ່ວມມືຍຸດທະສາດເພີ່ມເຕີມ ຫວຽດນາມ - ໄທ ໃນໄລຍະຈະມາເຖິງ”.
ເນື່ອງໃນໂອກາດນີ້, ຢູ່ຫ້ອງໂຖງໂຮງລະຄອນໃຫຍ່ຮ່າໂນ້ຍ ໄດ້ຈັດງານວາງສະແດງກ່ຽວກັບວັດທະນະທຳ ຫວຽດນາມ - ໄທ.
ກິມເງິນ