ງານວາງສະແດງ “ 45 ປີ ແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ”
ງານວາງສະແດງ “ 45 ປີ ແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ”
(ພາບ: hanoimoi.com.vn)
(vovworld)- ຕອນເຊົ້າວັນທີ 29/8, ຢູ່ຮ່າໂນ້ຍ, ທ່ານເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງງານວາງສະແດງ “ 45 ປີ ແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ”ໂດຍຫໍພິພິຕະພັນໂຮ່ຈິມິນ, ກົມສຳເນົາເອກະສານຫ້ອງວ່າການສູນກາງພັກ ແລະ ສະຖາບັນໂຄສະນາ-ຂ່າວສານ ສົມທົບກັນຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງການປະຕິວັດເດືອນສິງຫາ, ວັນຊາດຫວຽດນາມ 2/9 ແລະ 45 ປີທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບປະຕິບັດພິໄນກຳຂອງປະທານໂຮ່ຈິມິນ (1969-2014). ງານວາງສະແດງໄດ້ແນະນຳເຖິງມະຫາຊົນພາບຖ່າຍ, ເອກະສານ ແລະ ວັດຖຸພັນເກືອບ 200ຢ່າງ ດ້ວຍ 2 ເນື້ອໃນຕົ້ນຕໍຄື: ພິໄນກຳຂອງປະທານໂຮ່ຈິມິນ ແລະ 45 ປີແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ.