ພາບ:internet
|
(vovworld)- ງານວາງສະແດງ“ການແກ້ໄຂຜົນຮ້າຍຢ້ອນຫລັງລູກລະເບີດບໍ່ທັນແຕກຫລັງສົງຄາມເພື່ອຊີວິດສະຫງົບສຸກ” ຖືໄຂຂຶ້ນໃນຕອນເຊົ້າວັນທີ 25/3 ຢູ່ ຫໍພິພິດຕະພັນຊ່າງແສງຢູ່ ນະຄອນຫລວງ ຮ່າໂນ້ຍ. ງານວາງສະແດງດັ່ງກ່າວແມ່ນການເຄື່ອນໄຫວເພື່ອຕອບສະຫນອງວັນໂລກປ້ອງກັນ ແລະ ຕ້ານລູກລະເບີດ ຄືວັນທີ 4/4. ງານວາງສະແດງໄດ້ແນະນຳບັນດາວັດຖຸພັນ, ຮູບພາບ, ເອກະສານ ກ່ຽວກັບສະພາບຕົວຈິງ, ຜົນຮ້າຍຢ້ອນຫລັງ ແລະ ໝາກຜົນແກ້ໄຂຜົນຮ້າຍຢ້ອນຫລັງຂອງລູກລະເບີດບໍ່ທັນແຕກຫລັງສົງຄາມ, ທະຫານຊ່າງແສງກັບວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ປະຊາຄົມສາກົນຫນູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ. ພົນຈັດຕະວາ ເລຟຸກງວຽນ, ຮອງຫົວຫນ້າອະນຸກຳມະການໂຄສະນາ, ຄະນະຊີ້ນຳໂຄງການດຳເນີນງານແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງລູກລະເບີດບໍ່ທັນແຕກຫລັງສົງຄາມ ໃຫ້ຮູ້ວ່າ:
“ປະຈຸບັນ ຢູ່ທ້ອງຖິ່ນຕ່າງໆມີຜູ້ປະສົບເຄາະຮ້າຍຈາກລູກລະເບີດປະມານ 100.000 ຄົນ. ສະນັ້ນ ວຽກງານໂຄສະນາເພື່ອຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນກ່ຽວກັບບັນຫາດັ່ງກ່າວຕ້ອງໄດ້ຮັບການຍູ້ແຮງທາງພາຫະນະສື່ມວນຊົນກວ່າອີກ. ກ່ອນອື່ນໝົດແມ່ນອົງການສື່ມວນຊົນກອງທັບ, ເພື່ອໃຫ້ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມມານະພະຍາຍາມຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການແກ້ໄຂບັນຫາລູກລະເບີດບໍ່ທັນແຕກຫລັງສົງຄາມ.”