(vovworld) – ງານວາງສະແດງພາບຖ່າຍບັນດາມໍລະດົກໂລກຂອງອາຊຽນຢູ່ຮ່າໂນ້ຍ, ຖືກໄຂຂຶ້ນໃນຕອນບ່າຍວັນທີ 19/11, ຢູ່ພະລາຊະວັງ ທັງລອງ ຮ່າໂນ້ຍ. ງານວາງສະແດງໄດ້ແນະນຳພາບຖ່າຍທີ່ສວຍງາມ 33 ແຜ່ນກ່ຽວກັບມໍລະດົກຂອງບັນດາປະເທດໃນກຸ່ມອາຊຽນ, ເຊິ່ງໄດ້ຮັບການຄັດເລືອກຈາກພາບຖ່າຍ 161 ແຜ່ນທີ່ເຂົ້າຮ່ວມການເສັງ “ຄົ້ນຫາບັນດາມໍລະດົກໂລກຢູ່ຫວຽດນາມ ແລະ ບັນດາປະເທດໃນກຸ່ມອາຊຽນ” ໂດຍກອງທຶນວັດທະນະທຳຮ່າໂນ້ຍ ສົມທົບກັບກອງທຶນອຸປະຖຳ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳຫວຽດນາມ ຈັດຕັ້ງໃນເດືອນ 08 ຜ່ານມາ. ທີ່ງານວາງສະແດງ, ຜູ້ຊົນສາມາດເຫັນໄດ້ບັນດາມໍລະດົກໂລກຜ່ານພາບຖ່າຍຄື: ວັນມ໋ຽວກ໋ວກຕືຢ໋າມ ຂອງຫວຽດນາມ, ນະຄອນ ອາຢຸດໄທຢາ ຂອງໄທ… ນອກຈາກນັ້ນ, ຄະນະຈັດຕັ້ງຍັງຈັດວາງປື້ມ, ພາບຖ່າຍ, ວີດີໂອ… ຊ່ວຍໃຫ້ຜູ້ຊົມສຳພັດກັບຂໍ້ມູນຫຼາຍຢ່າງ. ເອື້ອຍ ຫງວຽນທິກິມແທງ, ຢູ່ນະຄອນບັກຢາງ ໃຫ້ຮູ້ວ່າ.
“ມາຢ້ຽມຊົມງານວາງສະແດງ, ຂ້າພະເຈົ້າເຫັນວ່າ ແຕ່ລະປະເທດມີຈຸດທີ່ເປັນເອກະລັກສະເພາະ. ຜ່ານພາບຖ່າຍເຮັດໃຫ້ຜູ້ຊົມຮູ້ສຶກຢາກຊອກຮູ້, ຄົ້ນຫາບັນດາຈຸດທີ່ເປັນເອກະລັກສະເພາະນັ້ນຂອງແຕ່ລະເຂດພາກ, ແຕ່ລະປະເທດ. ຜ່ານງານວາງສະແດງຄັ້ງນີ້, ຂ້າພະເຈົ້າຮູ້ສຶກໄດ້ບັນດາຮູບພາບທີ່ສວຍງາມຂອງມໍລະດົກໂລກ, ກໍຄືພື້ນຖານອະລິຍະທຳຂອງປະເທດຕ່າງໆ”
ງານວາງສະແດງພາບຖ່າຍບັນດາມໍລະດົກໂລກຂອງອາຊຽນຢູ່ຮ່າໂນ້ຍ ຈະອັດລົງໃນວັນທີ 25/11.