ງານວາງສະແດງພາບແຕ້ມຂອງບັນດານັກຈິດຕະກຳ ຫວຽດນາມ ຢູ່ ໂຮນລັງ

(VOVWORLD) - ເຂົ້າຮ່ວມງານວາງສະແດງມີນັກຈິດຕະກຳຫຼາຍຄົນຂອງສະມາຄົມວິຈິດສິນ ແລະ ມະຫາວິທະຍາໄລວິຈິດສິນ ຫວຽດນາມ, ປະຈຸບັນພວມເຂົ້າຮ່ວມລາຍການວິຈິດສິນ ຫວຽດນາມ ແລະ ການທູດ ວັດທະນະທຳໂດຍກົມວັດທະນະທຳຕ່າງປະເທດ ແລະ UNESCO ...
ງານວາງສະແດງພາບແຕ້ມຂອງບັນດານັກຈິດຕະກຳ ຫວຽດນາມ ຢູ່ ໂຮນລັງ - ảnh 1 ງານວາງສະແດງໄດ້ດຶງດູດຜູ້ມາຊົມເປັນຈຳນວນຫຼວງຫຼາຍ

ວັນທີ 10 ກໍລະກົດ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂຮນລັງ ຢ່າງເປັນທາງການ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ຈັດຕັ້ງງານວາງສະແດງພາບແຕ້ມດ້ວຍຫົວຂໍ້ວ່າ “ບັນດາຄວາມງາມຂອງ ຫວຽດນາມ: ວິໄສທັດທີ່ທັນສະໄໝ” ຢູ່ສູນສິລະປະ ຫວຽດນາມ (ນະຄອນ The Hague, ປະເທດ ໂຮນລັງ); ໃນນັ້ນໄດ້ແນະນຳພາບແຕ້ມ 75 ແຜ່ນ ດ້ວຍຫົວຂໍ້ທີ່ອຸດົມສົມບູນ ກ່ຽວກັບຄວາມງາມຂອງທຳມະຊາດ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ເຂົ້າຮ່ວມງານວາງສະແດງມີນັກຈິດຕະກຳຫຼາຍຄົນຂອງສະມາຄົມວິຈິດສິນ ແລະ ມະຫາວິທະຍາໄລວິຈິດສິນ ຫວຽດນາມ, ປະຈຸບັນພວມເຂົ້າຮ່ວມລາຍການວິຈິດສິນ ຫວຽດນາມ ແລະ ການທູດ ວັດທະນະທຳໂດຍກົມວັດທະນະທຳຕ່າງປະເທດ ແລະ UNESCO (ກະຊວງການຕ່າງປະເທດ) ຈັດຕັ້ງ. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຄະນະທູຕານຸທູດ, ບັນດາຄູ່ຮ່ວມມືໂຮງລັງ, ອົງການຈັດຕັ້ງສາກົນ ແລະ ມະຫາຊົນຜູ້ຮັກຫອມສິລະປະ.

ຕອບກັບ

ຂ່າວ/ບົດ​ອື່ນ