ງານວາງສະແດງຮູບຖ່າຍແລະຮູບເງົາເອກະສານໃນປະຊາຄົມອາຊຽນ

ງານວາງສະແດງຮູບຖ່າຍແລະຮູບເງົາເອກະສານໃນປະຊາຄົມອາຊຽນ - ảnh 1
ງານ​ວາງ​ສະ​ແດງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ກວາງ​ບີ່ງ
(ພາບ: vietnamnet.vn)

(vovworld) –  ​​ ​ຕອນ​ຄ່ຳ​ວັນ​ທີ 14/7, ຢູ່​ຫໍ​ພິ​ພິ​ຕະ​ພັນ​ແຂວງ ກວາງ​ບີ່ງ​ໄດ້​ຈັດ​ຕັ້ງ​ງາ​ນ​ວາງ​ສະ​ແດງ​ຮູບ​ຖ່າຍ ແລະ ​ຮູບ​ເງົາເອສາ​ລະ​ຄະ​ດີ, ​ກະ​ສານ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ. ງານ​ວາງ​ສະ​ແດງ​ໄດ້​ນຳ​ມາ​ວາງ​ສະ​ແດງ​ຮູບ​ຖ່າຍ​ກ່​ວາ 200 ແຜ່ນ ແລະ ​ຮູບ​ເງົາສາ​ລະ​ຄະ​ດີ, ເອ​ກະ​ສານເກືອບ 50 ເລື່ອງ, ເຊິ່ງ​ລ້ວນ​ແຕ່​ໄດ້​ສ່ອງ​ແສງຫຼາຍ​ຫົວ​ຂໍ້​ທີ່​ອຸ​ດົມ​ສົມ​ບູນຄື: ຄວາມ​ງາມ​ຂອງ​ປະ​ເທດ​ຊາດ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ, ວັດ​ທະ​ນະ​ທ​ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽ​ນ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ງານ​ວາງ​ສະ​ແດງ​ຍັງ​ມີ​ຊຸດ​ສະ​ແຕມ​ ແລະ ກາ​ປະ​ທັບ​ລວມ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລ​ະ ສື່​ສານ ເຈື​ອງ​ມິງ​ຕ໋ວນ, ໃຫ້​ຮູ້​ວ່າ:

        “ເມື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງນີ້, ພວກ​ເຮົາ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ສິ່ງ​ແວດ​ລ້ອມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ. ຜ່ານນັ້ນ​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ​ກັນ​ກ່​ວາ ຍ້ອນ​ພື້ນ​ຖານ​ວັດ​ທະ​ນະ​ທຳ ອາ​ຊຽນ ເຕັມ​ໄປ​ດ້ວຍ​ສີ​ສັນຫຼາຍ​ຮູບ​ຫຼາຍແບບ​ໃນ​ຄວາມ​ເປັນ​ເອ​ກະ​ພາບ…”

        ງານ​ວາງ​ສະ​ແດງ​​ເປີດ​ປະ​ຕູ​ຮອດ​ວັນ​ທີ 17/7/2015 ຈຶ່ງ​ຈະ​ອັດ​ລົງ.

                               


ຂ່າວ/ບົດ​ອື່ນ