ພາບປະກອບ:internet
|
(vovworld)- ວັນທີ 14/10 ຢູ່ ແຂວງ ເຊີນລາ, ວິທະຍາຄານທະຫານປ້ອງກັນຊາຍແດນ ໄດ້ສົມທົບກັບຫໍພິພິດທະພັນທະຫານປ້ອງກັນຊາຍແດນ ແລະ ມະຫາວິທະຍາໄລ ໄຕບັກ ຈັດຕັ້ງງານວາງສະແດງຮູບພາບ, ແຜນທີ່, ເຈົາບ໋ານ(ເອກະສານການປົກຄອງໃນສະໄຫມລາຊະວົງຫງວຽນ) ກ່ຽວກັບ ສອງໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຂອງຫວຽດນາມ. ງານວາງສະແດງ ໄດ້ສະຫນອງຂໍ້ມູນຂ່າວໃຫ້ແກ່ນັກຮຽນນັກສຶກສາ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ເຊີນລາ ກ່ຽວກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ ກໍຄືທັດສະນະ, ຈຸດໝາຍຂອງພັກ ແລະ ບັນດານະໂຍບາຍ, ກົດໝາຍຂອງລັດກ່ຽວກັບການປົກປັກຮັກສາອະທິປະໄຕ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຢູ່ທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ງານວາງສະແດງໄດ້ແນະນຳເອກະສານອັນລ້ຳຄ່າ ແລະ ບັນດາແຜນທີ່ເດີມຂອງຫວຽດນາມໃນສະຕະວັດທີ 15 ຫລາຍສະບັບ, ນອກນັ້ນ ຍັງມີເອກະສານກ່ຽວກັບໝູ່ເກາະຮ່ວາງຊາ ນັບຮ້ອຍໆແຜ່ນ, ພົ້ນເດັ່ນແມ່ນ ແຜນທີ 3 ສະບັບພິມຈຳຫນ່າຍຢູ່ຈີນ, ຊຸດ Atlas ແຜນທີ່ໂລກ ພິມຈຳຫນ່າຍເມື່ອປີ 1827.