ງານໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສາຍ ພົວພັນທາງການທູດ ຫວຽດນາມ - ກຳປູເຈຍ

ງານໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສາຍ ພົວພັນທາງການທູດ ຫວຽດນາມ - ກຳປູເຈຍ - ảnh 1
ພາບປະກອບ
(ພາບ: Chi Hung/Vietnam+)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/6, ຢູ່​ນະຄອນຫຼວງ​ພະ​ນົນ​ເປັນ ​ແຫ່ງ​ລາຊະ​ອານາຈັກ​ກຳ​ປູ​ເຈຍ ​ໄດ້​ດຳ​ເນີນ​ງານ​ໂຮມ​ຊຸ​ມນຸມຢ່າງ​ສົມ​ກຽດ​​ເພື່ອສະ​ເຫຼີ​ມສະຫຼອງ ປີ​​​ແຫ່ງ​ຄວາມມິດຕະພາບຫວຽດນາມ - ກຳປູ​ເຈ​ຍ ​ແລະ 45 ປີ​ແຫ່ງ​ວັນ​ສ້າ​ງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ 2 ປະ​ເທດ (24/6/1967 – 24/6/2012). ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູ​ດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ກຳປູ​ເຈ​ຍ Ngo Anh Dung ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ ກຳປູ​ເຈ​ຍ, ຮ່ວມ​ທຸກ​ຮ່ວມ​ສຸກ, ​ເພື່ອ​ຄວາມ​ຜາ​ສຸກ ​ແລະ ຄວາມ​ວັດ​ທະນາ​ຖາວອນຂອງ 2 ປະ​ເທດ. ສ່ວນຝ່າຍ​ກຳປູ​ເຈ​ຍ, ທ່ານ Heng Somrin, ປະທານກິ​ຕິ​ມະ​ສັກ​ພັກ​ປະຊາຊົນ​ກຳປູ​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໄດ້ຢືນຢັນວ່າ: ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ເພີ່ມ​ພູນຄຸນ​ສ້າງ​ຜ່ານ​ລຸ້ນຄົນ​ຕ່າງໆ​ຈະ​ໝັ້ນຄົງ​ຂະໜົງ​ແກ່ນຕະຫຼອດ​ໄປ ​ແລະ ບໍ່​ມີ​ຫຍັງ​ສາມາດ​ຕັດ​ແຍກ​ໄດ້: ທ່ານ Heng Somrin ​ເວົ້າ​ວ່າ:

“ການ​ຊ່ວຍ​ເຫຼືອ​ທັງ​ໝ​ົດຂອງ​ຫວຽດນາມ ​ເປັນ​ຫຼັກ​ຖານ​ອັນ​ລະອຽດ​ໃຫ້​ແກ່​ນ້ຳ​ໃຈ​ສັດ​ຊື່​ບໍລິສຸດ​ອັນ​ລ້ຳ​ຄ່າ​ຂອງ​ຫວຽດນາມ ທີ່​ມີຕໍ່​ປະຊາຊົນ​ກຳປູ​ເຈຍ ກໍ​ຄື​ສຳລັບ​ລັດຖະບານ​ລາຊະ​ອານາ​ຈັກ ກຳປູ​ເຈຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ມີ​ຄວາມ​ໝາຍ​ອັນ​​ໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ປະຊາຊົນ ກຳປູ​ເຈຍ ​ນັ້ນແມ່ນ​​ການ​ປະກອບສ່ວນ​ຂອງ​ຫວຽດນາມ ຕໍ່​ວິວັດ​ທະ​ນາ​ການ​ສັນຕິພາບ, ຄວາມວັດທະນະ​ຖາວອນ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ປອງ​ດອງ​ຊາດ ​ແລະ ສ້າງ​ພື້ນຖານ​ເສດຖະກິດ​ຂອງ​ປະຊາຊົນ​ທັງ​ຊາດ​ພາຍຫຼັງ​ດຳ​ເນີນ​ສົງຄາມ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ”

ຂ່າວ/ບົດ​ອື່ນ