(vovworld) - ງານໂຮມຊຸມນຸມສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວ (15/1/1975-15/1/2015) ໄດ້ດຳເນີນໃນຕອນບ່າຍວັນທີ 15/1, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານອະນຸກຳມະການຮ່ວມມືຫວຽດນາມ - ລາວ, ທ່ານ ວິໄລວົງ ບຸດດາຄຳ, ເລຂາທີໜຶ່ງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ; ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຫວຽດນາມ, ສະມາຊິກສະມາຄົມມິດຕະພາບຫວຽດນາມ - ລາວເປັນຈຳນວນຫຼວງຫຼາຍ.
ກ່າວຄວາມເຫັນໄຂງານໂຮມຊຸມນຸມ, ທ່ານຮອງປະທານ, ທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫວູຈ້ອງກິມ ໄດ້ທົບທວນຄືນ ໄລຍະ 40 ປີ ແຫ່ງການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ລາວ, ແລະ ເນັ້ນໜັກວ່າ, ໃນຕະຫຼອດ 40 ປີຜ່ານມາ, ຍາມໃດສະມາຄົມກໍ່ປະຕິບັດຄະຕິ, ຈຸດປະສົງເຄື່ອນໄຫວຂອງຕົນ, ຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບຸນຫຼາຍຢ່າງ, ຊ່ວຍໃຫ້ປະຊາຊົນລຸ້ນຕ່າງໆຄວນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດຂອງການປະຕິວັດລາວ ແລະ ສາຍພົວພັນອັນສະໜິດແໜ້ນລະຫວ່າງສອງປະເທດ. ທ່ານ ຫວູຈ້ອງກິມ ເນັ້ນໜັກວ່າ:
“ຫວນຄືນໄລຍະທາງແຫ່ງການເຕີບໃຫຍ່ ແລະ ພັດທະນາຂອງຕົນ, ສະມາຄົມມິດຕະພາບຫວຽດນາມ - ລາວ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງທີ່ໜ້າຊື່ນຊົມ. ໃນຊຸມປີຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ - ລາວຄວນປະຕິບັດວຽກງານຂອງຕົນໃຫ້ດີກກ່ວາອີກ, ປະກອບສ່ວນຢ່າງເໝາະສົມເຂົ້າໃນວຽກງານປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນຳ້ໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ“.
ເຂົ້າຮ່ວມ ແລະ ກ່າວປາໄສທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຕະຫຼອດ 40 ປີຜ່ານມາ, ຫວັງວ່າສະມາຄົມສືບຕໍ່ເພີ່ມທະວີການຮ່ວມມື, ເສີມຂະຫຍາຍ ແລະ ເປີດກວ້າງບັນດາຮູບແບບຮ່ວມມືລະຫວ່າງທ້ອງຖີ່ນຕ່າງໆຂອງສອງປະເທດ, ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການສຶກສາລຸ້ນໜຸ່ມສອງປະເທດກ່ຽວກັບມູນເຊື້ອແຫ່ງການພົວພັນມິດຕະພາບລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຂອງດ້ານຫວຽດນາມ - ລາວ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງລັດໃຫ້ ສະມາຄົມມິດຕະພາບຫວຽດນາມ - ລາວ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍ່ຝາກຈົດໝາຍອວຍພອນ ສະມາຄົມມິດຕະພາບຫວຽດນາມ - ລາວ.