ຈັດການປະຊຸມຂ່າວງານຕະຫຼາດນັດວາງສະແດງກໍ່ສ້າງ ແລະ ພັດທະນາ ເຂດທົ່ງພຽງແມ່ນ້ຳຂອງ

ຈັດການປະຊຸມຂ່າວງານຕະຫຼາດນັດວາງສະແດງກໍ່ສ້າງ ແລະ ພັດທະນາ ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
( ພາບ: baodientu.chinhphu.vn)

( vovworld ) - ຕອນ​ບ່າຍ​ວັນ​ທີ 8/3, ຢູ່​ນະຄອນ​ເກີນ​ເທີ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວງານ​ຕະຫຼາດນັດ​ວາງສະ​ແດງ​ຜົນງານ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ພັດທະນາ​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ. ງານ​ວາງສະ​ແດງ​ດັ່ງກ່າວ​ແມ່ນ​ສົມທົບ​ກັບ​ການຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ປົກ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ງານ​ຕະຫຼາດນັດ​ຄັ້ງ​ນີ້​ຈະ​ດຳ​ເນີນ​ແຕ່​ວັນ​ທີ 27/4 ຫາ​ວັນ​ທີ 1/5 ປີ 2012 ຢູ່​ນະຄອນ ​ເກີນ​ເທີ. ນີ້​ແມ່ນ​ເຫດການ​ທີ່​ສຳຄັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ເພື່ອ​ແນ​ໃສ່​ສະຫຼຸບ​ຕີ​ລາຄາ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 21 ຂອງ​ກົມ​ການ​ເມືອງ ກ່ຽວກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໄລຍະ 2000 – 2010. ​ໄປ​ຄຽງຄູ່​ບັນດາ​ການ​ເຄື່ອນ​ໄຫວ​ວາງສະ​ແດງ, ງານ​ຕະຫຼາດນັດ​ຄັ້ງ​ນີ້ ນອກຈາກ​ມີ​ຮ້ານ​ວາງສະ​ແດງ​ກວ່າ 700 ຮ້ານ ຍັງ​ມີ​ບັນດາ​ການ​ສຳ​ມະ​ນາ​ດ້ວຍ​ຫຼາຍ​ຫົວ​ຂໍ້​ເພື່ອ​ແນ​ໃສ່​ຊີ້​ໃຫ້​ເຫັນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ໃນ​ໄລຍະ​ໃໝ່; ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ພັດທະນາ​ເພື່ອ​ພັດທະນາ​ເຂດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ​ເວົ້າ​ວ່າ.

“ ຄະນະ​ຊີ້​ນຳ​ວຽກ​ງານ​ວາງສະ​ແດງ​ຜົນງານ​ດ້ານ​ເສດຖະກິດ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຄວນ​ສຸມ​ໃສ່​ສ້າງ​ແຜນການ​ຢ່າງ​ລະອຽດ, ສືບ​ຕໍ່​ກວດກາ​ຄືນ​ບັນດາ​ແຜນການ​ທີ່​ຍັງ​ເຫຼື​ອ ​ເພື່ອ​ປະຕິບັດ​ຢ່າງ​ຮີບ​ດ່ວນ, ​ແລ້ວ​ກໍ່​ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ​ເພື່ອ​ເຮັດ​ແນວ​ໃດ​ຮັບປະກັນ​ບັນລຸ​ເນື້ອ​​ໃນ​ທີ່​ໄດ້​ວາງ​ອອກ​ໃນ​ແຜນການ​ເຊິ່ງຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໄດ້​ອະນຸມັດ​ຜ່ານ, ສ່ວນ​ບັນຫາ​ທີ່​ເກີດ​ຂຶ້ນ​ໃໝ່ ພວກ​ເຮົາ​ຕ້ອງຜັນ​ຂະຫຍາຍ​ຕໍ່​ໄປ​ແຕ່​ນີ້​ຮອດ​ເວລາ​ທີ່​ພວກ​ເຮົາ​ຈັດ​ຕັ້ງ​ກອງ​ປະຊຸມ​ໃນ​ທ້າຍ​ເດືອນ​ເມ​ສາ”.

ຂ່າວ/ບົດ​ອື່ນ