ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ວັນທີ 22 ກໍລະກົດ, ຄະນະປະຕິບັດງານຂອງກະຊວງພາຍໃນຫວຽດນາມ ໂດຍທ່ານລັດຖະມົນຕີ ເລຫວິງເຕິນ ນໍາໜ້າ, ໄດ້ໄປຢື້ຢາມຖາມຂ່າວ, ໃຫ້ກໍາລັງໃຈ ແລະ ມອບຂອງຂວັນໃຫ້ແກ່ສູນເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແຂວງຝຸທໍ້.

 ເນື່ອງໃນໂອກາດລະນຶກວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 72 ປີ (27/07/1947 – 27/07/2019), ວັນທີ 22 ກໍລະກົດ, ຄະນະປະຕິບັດງານຂອງກະຊວງພາຍໃນຫວຽດນາມ ໂດຍທ່ານລັດຖະມົນຕີ ເລຫວິງເຕິນ ນໍາໜ້າ, ໄດ້ໄປຢື້ຢາມຖາມຂ່າວ, ໃຫ້ກໍາລັງໃຈ ແລະ ມອບຂອງຂວັນໃຫ້ແກ່ສູນເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແຂວງຝຸທໍ້. ນະທີ່ນີ້, ທ່ານລັດຖະມົນຕີ ເລຫວິງເຕິນ ຢັ້ງຢືນວ່າ ໃນຫຼາຍປີຜ່ານມາ ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ພ້ອມທັງຕີລາຄາສູງແຂວງຝຸທໍ້ ພ້ອມດ້ວຍຄະນະ, ຂະແໜງການຂັ້ນຕ່າງໆ ທີ່ປະຕິບັດວຽງານດັ່ງກ່າວໄດ້ເປັນຢ່າງດີ; ສ້າງເງື່ອນໄຫຂສະດວກໃຫ້ແກ່ສູນເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຂອງແຂວງ ເຮັດຫຼ້ອນໜ້າທີ່ເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ...ໄດ້ເປັນຢ່າງດີ. ທ່ານລັດຖະມົນຕີ ເລຫວິງເຕິນ ກໍປາດຖະໜາວ່າ ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຈະຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາສຸຂະພາບ, ປົວແປງຊີວິດການເປັນຢູ່ໃຫ້ນັບມື້ນັບດີກວ່າເກົ່າ.

ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ທ່ານ ຢວານເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ (ພາບ: TTXVN)

        ແລະກໍໃນວັນດຽວກັນ, ທ່ານ ຢວານເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກໍໄດ້ລົງຢື້ຢາມຖາມຂ່າວ, ໃຫ້ກໍາລັງໃຈ, ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ພວມໄດ້ຮັບການເບິ່ງແຍງ, ດູແລຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ ລ້າງຢາງ ແຂວງບັກຢາງ ຂອງຫວຽດນາມ.

        ເພື່ອເປັນການເຊີດຊູ ແລະ ລະນຶກເຖິງຄຸນງາມຄວາມດີຂອງບັນດານັກຮົບວິລະຊົນ, ແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຍາດຕິພີ່ນ້ອງຜູ້ມີຄຸນງາມຄວາມດີຕໍ່ການປະຕິບັດ, ຕອນຄໍ່າວັນທີ 22 ກໍລະກົດ, ແຂວງ ນິງບິ່ງ ກໍໄດ້ຈັດຕັ້ງພິທີປຸກລະດົມສ້າງກອງທຶນທີ່ມີຊື່ວ່າ “ສະແດງຄວາມຮູ້ບຸນຄຸນ ແລະ ຮັບປະກັນຊີວິດສັງຄົມ” ແຂວງນິງບິ່ງ ປີ 2019 ເຊັ່່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ