ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນແມ່ຍິງສາກົນ
ແຂວງ ແຄ້ງຮ່ວາ ຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3
Vovworld- ຕອນເຊົ້າວັນທີ 8 ມີນາ, ຢູ່ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມ ສະຫຼອງວັນແມ່ຍິງສາກົນຄົບຮອບ 102 ປີ ແລະ ວັນລຸກຮື້ຂຶ້ນຂອງ 2 ພະນາງ ຈຶງຄົບຮອບ 1972 ປີ. ທີ່ພິທີດັ່ງກ່າວ, ທ່ານຫງວຽນວັນດົວ ຮອງເລຂາຜູ້ປະຈຳ ການຄະນະພັກນະຄອນໂຮ່ຈິມິນສະແດງຄວາມຫວັງວ່າ ປີ 2012 ສະມາຄົມແມ່ຍິງນະຄອນຄວນສືບຕໍ່ປ່ຽນໃໝ່ແບບວິທີການເຄື່ອນໄຫວເພື່ອປະຕິບັດວຽກງານແມ່ຍິງເປັນຢ່າງດີກ່ວາ ພ້ອມທັງປະຕິບັດໜ້າທີ່ພັດທະນາເສດຖະກິດວັດທະນະທຳສັງຄົມຂອງນະຄອນ.ທ່ານຫງວຽນວັນດົວຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິນກ່າວວ່າ:
“ ເພີ່ມທະວີການຮ່ວມສຳພັນຂອງບັນດາສະມາຄົມເພື່ອດຶງດູດ, ເຕົ້າໂຮມແມ່ຍິງ, ຍາມໃດກໍເອົາໃຈໃສ່ເຖິງແມ່ຍິງຜູ້ທຸກຍາກ, ແມ່ຍິງເຂດຊົນນະບົດ, ກຳມະກອນຍິງທີ່ມີສະພາບຫຍຸ້ງຍາກ. ສືບຕໍ່ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວໜູນຊ່ວຍໃຫ້ກູ້ຢືມທຶນ, ຮັກສາສິ່ງແວດລ້ອມສ້າງເງື່ອນໄຂເພື່ອໃຫ້ແມ່ຍິງສ້າງການດຳລົງຊີວິດເປັນປົກກະຕິ, ຊ່ວຍແມ່ຍິງກຳນົດບົດບາດໜ້າທີ່ຂອງຕົນຢ່າງຈະແຈ້ງກ່ວາ ແລະ ມີການປະກອບສ່ວນຢ່າງໃຫຍ່ຫຼວງກ່ວາໃຫ້ແກ່ຄອບຄົວ ແລະ ສັງຄົມ.”
ແລະ ກໍເນື່ອງໃນສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 102 ປີ ຄື 8/3, ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ຈັດການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍ, ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງແມ່ຍິງຫວຽດນາມໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ຢູ່ແຂວງ ບິງດິ້ງ, ສະມາຄົມແມ່ຍິງຂັ້ນຕ່າງໆໃນແຂວງໄດ້ຈັດການເຄືອ່ນໄຫວວັດທະນະທຳສິລະປະ, ແຂ່ງຂັນປຸ່ງແຕ່ງອາຫານ, ໂອ້ລົມສົນທະນາກ່ຽວກັບບົດບາດຂອງແມ່ຍິງໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຊອກຮູ້ກ່ຽວກັບກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ອື່ນໆ. ຢູ່ແຂວງ ຊອກຈັ່ງ, ສະມາຄົມແມ່ຍິງແຂວງໄດ້ຈັດງານປະກວດນັກໂຄສະນາກ່ຽວກັບການສະກັດການໃຊ້ຄວາມຮຸ່ນແຮງໃນຄອບຄົວ. ສ່ວນສະຫະສະມາຄົມນັກທຸລະກິດຍິງແຂວງ ແທງຮ້ວາ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບຫົວເລື່ອງ: “ ນັກທຸລະກິດຍິງແຂວງ ແທງຮ້ວາ ຜ່າຍຜ່າຄວາມຫຍຸ້ງຍາກໃນໄລຍະເຊື່ອມໂຍງເຂົາກັບສາກົນ ”.