ຈັດຊາວໜຸ່ມເຂົ້າໃນທີ່ຕັ້ງປະຕິບັດຄວາມຄາດຫວັງ 2045 ຂອງຫວຽດນາມ

(VOVWORLD) -ວັນທີ 18 ມີນາ, ສູນກາງຄະນະຊາວໜຸ່ມ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ໄດ້ຈັດກອງປະຊຸມຕີລາຄາສັງຄົມສຳລັບແຜນຮ່າງຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030.
ຈັດຊາວໜຸ່ມເຂົ້າໃນທີ່ຕັ້ງປະຕິບັດຄວາມຄາດຫວັງ 2045 ຂອງຫວຽດນາມ - ảnh 1(ກອງປະຊຸມຕີລາຄາສັງຄົມສຳລັບແຜນຮ່າງຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030)

ບັນດາຜູ້ແທນໄດ້ຖືວ່າ, ເປົ້າໝາຍໃນແຜນຮ່າງຍຸດທະສາດພັດທະນາຊາວໜຸ່ມ ມີພື້ນຖານດ້ານນິຕິກຳ ແລະ ວິທະຍາສາດ, ພຶດຕິກຳຕົວຈິງ; ບັນດາເປົ້າໝາຍຢ່າງຈະແຈ້ງ ແລະ ມີລັກສະນະບຸລິມະສິດໃນຕໍ່ໜ້າ. ສະຫຼຸບກອງປະຊຸມ, ທ່ານ ຫງວຽນງອັກເລືອງ, ເລຂາສູນກາງຄະນະຊາວໜຸ່ມ, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ໃຫ້ຮູ້ວ່າ ບັນດາຄຳເຫັນຂອງຜູ້ແທນລ້ວນແຕ່ຕີລາຄາການສ້າງຍຸດທະສາດແມ່ນມີຄວາມສຳຄັນທີ່ສຸດ, ມີຄວາມຈຳເປັນ ແລະ ຕ້ອງໄດ້ປະກາດໃຊ້ໃນໄລຍະຈະມາເຖິງໂດຍໄວ. ທ່ານ ຫງວຽນງອັກເລືອງ, ຢືນຢັນວ່າ ຍຸດທະສາດພັດທະນາຊາວໜຸ່ມຕ້ອງໄດ້ຈັດເຂົ້າໃນທີ່ຕັ້ງປະຕິບັດຄວາມຄາດຫວັງພັດທະນາປະເທດຊາດຮອດປີ 2045. ເລື່ອງສ້າງຍຸດທະສາດບໍ່ພຽງແຕ່ສະຫງວນສະເພາະໃຫ້ແກ່ຊາວໜຸ່ມເທົ່ານັ້ນ, ຫາກຍັງແມ່ນພາລະກຳຂອງຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ