ການເຄື່ອນໄຫວໃນວັນວັດທະນະທຳບັນດາເຜົ່າ
ພາບປະກອບ
|
(vovworld)- ການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຮັບຕ້ອນວັນວັດທະນະທຳບັນດາເຜົ່າຫວຽດນາມ ຈະດຳເນີນຢູ່ ໝູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າຫວຽດນາມ ຢູ່ ດົງໂມ, ເຊີນໄຕ, ຮ່າໂນ້ຍ ແຕ່ວັນທີ 19-23/4. ເຂົ້າຮ່ວມບັນດາການເຄື່ອນໄຫວປະຈຳວັນຢູ່ ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບັນດາເຜົ່າຫວຽດນາມ ລວມມີ 8 ເຜົ່າຄື: ເມື່ອງ, ຜູ້ໄທ, ຂະມຸ, ຢ້າວ, ໄຕ່, ເອເດ, ຕາໂອຍ, ຂະແມ. ໃນນັ້ນ ມີເຈົ້າກົກເຈົ້າເຫລົ່າ, ນາຍບ້ານ, ນັກສິລະປະການ 50 ຄົນຂອງບັນດາເຜົ່າ ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ. ໃນໂອກາດນີ້ ມີການເຄື່ອນໄຫວຫລາຍຢ່າງແນະນຳ, ເຊີດຊູບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຄື: ງານວາງສະແດງ, ແນະນຳບັນດາຜະລິດຕະພັນໄມ້ໄຜ່, ໄມ້ເຮ້ຍໃນຊີວິດທາງດ້ານດົນຕີພື້ນເມືອງຂອງຫວຽດນາມ, ວາດພາບເຖິງງານບຸນທີ່ເປັນມູນເຊື້ອ, ວາງສະແດງເຄື່ອງ ສິລະປະຫັດຖະກຳ.
ບັນດາການເຄື່ອນໄຫວວັດທະນະທຳ, ກິລາຂ່ຳນັບຮັບຕ້ອນວັນວັດທະນະທຳບັນດາເຜົ່າ ຫວຽດນາມ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ປະຕິບັດ, ປະກອບສ່ວນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ເພີ່ມທະວີການສ້າງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ.