(vovworld) - ສຳນັກຂ່າວສານ Kyodo ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໂດຍໃຫ້ຮູ້ວ່າ: ວັນທີ 26/4, ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂອງປະເທດນີ້ ແລະ ຈີນ ໄດ້ພົບປະກັນຢູ່ ປັກກິ່ງ ເພື່ອປຶກສາຫາລື ກ່ຽວກັບບັນດາມາດຕະການແນໃສ່ຫຼີກລ້ຽງການປະທະກັນດ້ານການທະຫານ ກໍ່ຄືບັນດາເຫດການທີ່ເກີດຂຶ້ນໃນທະເລຮວາຕຸງ. ແຫຼ່ງຂ່າວລະອຽດກ່ຽວກັບການພົບປະບໍ່ໄດ້ເຜີຍແຜ່ເທື່ອ, ແຕ່ຄະນະປະຕິບັດງານ ຍີ່ປຸ່ນ, ໂດຍຫົວໜ້າກົມນະໂຍບາຍກະຊວງປ້ອງກັນປະເທດ ຍີ່ປຸ່ນ Hideshi Tokuchi ນຳໜ້າ, ໄດ້ຮັບຖືວ່າໄດ້ຊຸກຍູ້ຝ່າຍ ຈີນ ສ້າງຕັ້ງກົນໄກຕິດຕໍ່ພົວພັນ 2 ຝ່າຍບົນທະເລເພື່ອຄຸ້ມຄອງວິກິດການໂດຍໄວ. ນອກຈາກນັ້ນ, ຝ່າຍ ຍີ່ປຸ່ນ ອາດຈະຍົກອອກບັນຫາກຳ່ປັ່ນສູ້ຮົບຂອງ ຈີນ ໄດ້ຫັນ ຣາດາ ບັນຊາກຳລັງໄຟ ເຂົ້າກຳ່ປັ່ນລຳໜຶ່ງຂອງ ຍີ່ປຸ່ນ ຢູ່ທະເລ ຮວາຕຸງ ເມື່ອເດືອນ 1 ທີ່ຜ່ານມາ. ວົງການເຈົ້າໜ້າທີ່ປ້ອງກັນປະເທດ ຍີ່ປຸ່ນ ແລະ ຈີນ ບໍ່ມີການພົບປະຢ່າງເປັນທາງການນັບແຕ່ອຳນາດການປົກຄອງ ໂຕກຽວ ດຳເນີນການຫັນ 3 ໃນຈຳນວນເກາະ 5 ແຫ່ງທີ່ສັງກັດ ໝູ່ເກາະ Senkaku ຈາກກຳມະສິດເອກະຊົນໃຫ້ເປັນຂອງລັດເມື່ອເດືອນ 9/2012.