ຈີນ ມີປະຕິກິລິຍາຢ່າງຂ້ຽວຂາດຕໍ່ກັບການລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ຈີນ ຈະນຳໃຊ້ບັນດາມາດຕະການໂຕ້ຕອບຢ່າງເໝາະສົມ ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດຂອງຈີນ.
ຈີນ ມີປະຕິກິລິຍາຢ່າງຂ້ຽວຂາດຕໍ່ກັບການລົງໂທດໃໝ່ຂອງອາເມລິກາ - ảnh 1 (ໂຄສົກກະຊວງການຕ່າງປະເທດຈີນ ອາງເວີນບິນ)

ວັນທີ 21 ທັນວາ, ພາຍຫຼັງທີ່ກະຊວງການຄ້າອາເມລິກາ ປະກາດບັນຊີລາຍຊື່ 58 ບໍລິສັດຂອງຈີນ ຖືກຫ້າມຊື້ເຕັກໂນໂລຊີຂອງອາເມລິກາ ຍ້ອນຖືກກຳນົດວ່າແມ່ນບັນດາຫົວໜ່ວຍເຊິ່ງບັນດາ “ຜູ້ນຳໃຊ້ສຸດທ້າຍແມ່ນທະຫານ” (MEU).

        ວັນທີ 22 ທັນວາ, ກະຊວງການຄ້າຈີນ ຢືນຢັນວ່າ, ເລື່ອງອາເມລິກາ ອ້າງເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດ, ນຳໃຊ້ກຳລັງແຮງຂອງຊາດເພື່ອປາບປາມບັນດາບໍລິສັດຕ່າງປະເທດ ໃນນັ້ນມີບັນດາບໍລິສັດຂອງຈີນ ແມ່ນໄປຝືນກັບຫຼັກການແກ່ງແຍ້ງຢ່າງຍຸຕິທຳ ແລະ ບັນດາຫຼັກການຂອງການຄ້າສາກົນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງການຮ່ວມມືສາກົນ, ເພີ່ມທະວີຄວາມວິຕົກກັງວົນຂອງບັນດານັກລົງທຶນຕ່າງປະເທດສຳລັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ອາເມລິກາ.

        ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດຈີນ ອາງເວີນບິນ ໃຫ້ຮູ້ວ່າ, ໃນໄລຍະມໍ່ໆມານີ້, ອາເມລິກາ ໄດ້ສວຍໃຊ້ນິຍາມຄວາມໝັ້ນຄົງແຫ່ງຊາດ, ນຳໃຊ້ບັນດາມາດຕະການຄື: ຄວບຄຸມການສົ່ງອອກ ເພື່ອປາບປາມບໍລິສັດບາງແຫ່ງຂອງບັນດາປະເທດຢ່າງບໍ່ຢຸດຢັ້ງ. ທ່ານ ອາງເວີນບິນ ຢືນຢັນວ່າ, ການກະທຳດັ່ງກ່າວຂອງອາເມລິກາ ແມ່ນໄດ້ທຳລາຍບັນດາຫຼັກການພື້ນຖານຂອງການຄ້າເສລີຢ່າງຮ້າຍແຮງ. ຈີນ ຈະນຳໃຊ້ບັນດາມາດຕະການໂຕ້ຕອບຢ່າງເໝາະສົມ ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ